ຂ່າວເດັ່ນ

ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 57 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 57 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) - ວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ເພື່ອສຳຫຼວດກວດຄືນ ແລະ ປະຕິບັດສຳເລັດທຸກດ້ານຂອງວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

 ກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ (ພາບ:  ນັກຂ່າວ VOV ປະຈຳລາວ)

ທີ່ກອງປະຊຸມ, ຫົວໜ້າ SOM ASEAN ບັນດາປະເທດ ໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບເລື່ອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ.

        ກອງປະຊຸມ AMM -57  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນບັນດາກິດຈະກຳສຳຄັນທີ່ສຸດໃນປີ ຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ, ບັນດາປະເທດໄດ້ຕີລາຄາສູງວຽກງານການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຮອບດ້ານຂອງ ລາວ - ປະເທດປະທານ ອາຊຽນ, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນບົນນ້ຳໃຈສາມັກຄີ ແລະ ຮ່ວມມື, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ. ກອງປະຊຸມຄັ້ງຕ່າງໆ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ເພື່ອເປັນພື້ນຖານຜັນຂະຫຍາຍການຮ່ວມມື ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈໍາ ລາວ


This site is protected by reCAPTCHA and the Google Privacy Policy and Terms of Service apply.