ຂ່າວເດັ່ນ

ປະ​ກາດ​ດັດ​ຊະ​ນີ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ຊຽນ ເປັນ​ຄັ້ງ​​ທຳ​ອິດ

ປະ​ກາດ​ດັດ​ຊະ​ນີ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ຊຽນ ເປັນ​ຄັ້ງ​​ທຳ​ອິດ

(VOVWORLD) - ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ, ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010.

ຕູ້ container ສິນຄ້າຢູ່ ເຊິນເຈິນ, ກວາງຕຸງ, ຈີນ ໃນວັນທີ 22 ມິຖຸນາ (ພາບ: AFP/TTXVN)

ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໄດ້ປະກາດເປັນຄັ້ງທຳອິດໃນງານວາງສະແດງ ຈີນ - ອາຊຽນ ຄັ້ງທີ 18 ແລະ ກອງປະຊຸມສຸດຍອດວິສາຫະກິດ ແລະ ນັກລົງທຶນ ຈີນ - ອາຊຽນ ເຊິ່ງພວມດຳເນີນຢູ່ໜານໜິງ, ເມືອງເອກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງ ກວາງຊີ, ພາກໃຕ້ຂອງ ຈີນ.

        ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ, ດັດຊະນີດັ່ງກ່າວໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010. ປີ 2021 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງການເຈລະຈາ ລະຫວ່າງ ຈີນ - ອາຊຽນ ຄົບຮອບ 30 ປີ. ໃນ 30 ປີ ຜ່ານມາ, ວົງເງິນນຳເຂົ້າ - ສົ່ງອອກ ລະຫວ່າງ ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ໄດ້ເພີ່ມຂຶ້ນ 85 ຄັ້ງ, ຈີນ ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ອາຊຽນ ໃນ 12 ປີ ຢ່າງລຽນຕິດ. ໃນຂະນະນັ້ນ, ເປັນຄັ້ງທໍາອິດທີ່ ອາຊຽນ ໄດ້ລືນກາຍ ສະຫະພາບເອີຣົບ ກາຍເປັນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ຈີນ ໃນປີ 2020.


This site is protected by reCAPTCHA and the Google Privacy Policy and Terms of Service apply.