ຂ່າວເດັ່ນ

ປະ​ກາດ​ສາມ​ເຄືອ​ຂ່າຍ​ນະ​ວັດ​ຕະ​ກຳ ແລະ ນັກ​ຊ່ຽວ​ຊານ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ປະ​ກາດ​ສາມ​ເຄືອ​ຂ່າຍ​ນະ​ວັດ​ຕະ​ກຳ ແລະ ນັກ​ຊ່ຽວ​ຊານ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

(VOVWORLD) - ບັນດານັກຊ່ຽວຊານໄດ້ເນັ້ນໜັກວ່າໃນໂລກ, ເຕັກໂນໂລຢີ Quantum, Security ແລະ ການບິນ - ອາວະກາດ, ວັດຖຸບິນບໍ່ມີຄົນຂັບ (UAV ) ພວມພົ້ນເດັ່ນຂຶ້ນຄືສາມເສົາຄ້ຳຍຸດທະສາດ, ກຳນົດທິດອະນາຄົດເສດຖະກິດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທົ່ວໂລກ

ທ່ານຮອງນາຍົກລັດຖະມົນຕີ  ຫງວຽນຈີຢຸງ ກ່າວຄຳເຫັນທີ່ພິທີ (ພາບ: VOV1)

ຕອນເຊົ້າວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳແຫ່ງຊາດ (ກະຊວງການເງິນ) ໄດ້ຈັດພິທີປະກາດສ້າງສາມເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານຂະແໜງເຕັກໂນໂລຢີຍຸດທະສາດ: VNQuantum, ViSecurity ແລະ UAV  ຫວຽດນາມ.

ທີພິທີປະກາດ, ບັນດານັກຊ່ຽວຊານໄດ້ເນັ້ນໜັກວ່າໃນໂລກ, ເຕັກໂນໂລຢີ Quantum, Security ແລະ ການບິນ - ອາວະກາດ, ວັດຖຸບິນບໍ່ມີຄົນຂັບ (UAV ) ພວມພົ້ນເດັ່ນຂຶ້ນຄືສາມເສົາຄ້ຳຍຸດທະສາດ, ກຳນົດທິດອະນາຄົດເສດຖະກິດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທົ່ວໂລກ, ດ້ວຍຂອບຂະໜາດການຕະຫຼາດຄາດວ່າຂຶ້ນເຖິງນັບພັນຕື້ USD ໃນທົດສະວັດຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ  ຫງວຽນຈີຢຸງ ເນັ້ນໜັກວ່າ:

ຂ້າພະເຈົ້າຫວັງວ່າດ້ວຍພູມປັນຍາ, ຄວາມສຸດຈິດສຸດໃຈ ແລະ ການເຊື່ອມຕໍ່ທົ່ວໂລກ, ສາມເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານເຕັກໂນໂລຢີຍຸດທະສາດຈະແມ່ນ “ແຂນຕໍ່ຍາວ”, ຮ່ວມເດີນທາງພ້ອມກັບລັດຖະບານ, ພ້ອມກັບບັນດາກະຊວງ, ຂະແໜງການ, ວິທະຍາສາດ. ສາມເຄືອຂ່າຍເປັນເຈົ້າການເຂົ້າຮ່ວມວິວັດການກຳນົດຍຸດທະສາດ, ສ້າງນະໂຍບາຍ, ຊຸກຍູ້ການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີໃໝ່. ສ່ວນລັດຖະບານ, ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເຄື່ອຂ່າຍມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນພາລະກິດແຫ່ງການພັດທະນາແຫ່ງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.