ຂ່າວເດັ່ນ

ປະ​ກົດ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

ປະ​ກົດ​ການ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ວັນທີ 9 ພຶດສະພາຈະມາເຖິງ, ສະຫະພັນ ລັດເຊຍ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຂອງສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ (ວັນທີ 9 ພຶດສະພາ 1945 – 9 ພຶດສະພາ 2025 ຂຶ້ນຢ່າງສົມກຽດ). ພິທີສວນສະໜາມດ້ວຍຂອບຂະໜາດໃຫຍ່ຢູ່ຈັດຕຸລັດແດງ ຢູ່ນະຄອນຫຼວງ ມົດສະກູ ປີນີ້ ຈະມີການເຂົ້າຮ່ວມຂອງທະຫານກວ່າ 10.000 ຄົນທີ່ມາຈາກກອງທັບ 19 ປະເທດ ພ້ອມດ້ວຍຍານພາຫະນະ, ຍຸດໂທປະກອນການທະຫານທີ່ທັນສະໄໝນັບຮ້ອຍຢ່າງຂອງລັດເຊຍ.

 
ນາຍທະຫານ 86 ຄົນ ຕາງໜ້າໃນກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການຊຶກຊ້ອມເພື່ອກະກຽມໃຫ້ແກ່ພິທີສວນສະໜາມ (ພາບ: qdvn.vn)

    ໃນຊຸມວັນຜ່ານມາ, ນາຍທະຫານ 86 ຄົນ ຕາງໜ້າໃນກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊຶກຊ້ອມເພື່ອກະກຽມໃຫ້ແກ່ພິທີສວນສະໜາມ. 

        ເຖິງວ່າໄດ້ຜັນຂະຫຍາຍໃນເງື່ອນໄຂເວລາດ່ວນ ແລະ ເງື່ອນໄຂອາກາດມີການປ່ຽນແປງກໍຕາມ, ແຕ່ດ້ວຍຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ບັນດານັກຮົບກອງທັບປະຊາຊົນ ຫວຽດນາມ ໄດ້ຍົກສູງເຈດຈຳນົງຄວາມຕັດສິນໃຈ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມຝຶກຊ້ອມເພື່ອເຂົ້າຮ່ວມພິທີສວນສະໜາມ ດ້ວຍນ້ຳໃຈ ແລະ ບັນຍາກາດຟົດຟື້ນທີ່ສຸດ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

        “ການເຂົ້າຮ່ວມຂອງກອງທັບປະຊາຊົນ ຫວຽດນາມ ໃນພິທີສວນສະໜາມ ຢູ່ຈັດຕຸລັດແດງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ກ່ຽວກັບສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດ ໃນຂົງເຂດຮ່ວມມືດ້ານການທະຫານ, ປ້ອງກັນຊາດ. ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນທັດສະນະ ແລະ ວິທີການສຳຜັດລວມຂອງທັງສອງປະເທດ ກ່ຽວກັບເຫດການສຳຄັນໃນປະຫວັດສາດຂອງແຕ່ລະປະເທດ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ.”

ຖັນແຖວນາຍທະຫານ ຫວຽດນາມ ຕັ້ງໜ້າຝຶກຊ້ອມ (ພາບ: qdnd.vn)

        ໄຊຊະນະ ຟາດຊິດ ໃນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່ ເມື່ອປີ 1945 ໄດ້ປ່ຽນແປງໂລກໂດຍພື້ນຖານ, ເປີດໜ້າປະຫວັດສາດໃໝ່, ເປັນຂີດໝາຍແຫ່ງການຊຸດໂຊມຂອງລະບົບລ່າເມືອງຂຶ້ນໃນໂລກ. ໃນໄຊຊະນະນີ້ ມີການປະກອບເລືອດເນື້ອເຫື່ອແຮງຂອງບັນດານັກຮົບອາສາສະໝັກ ຫວຽດນາມ, ຜູ້ທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ໄຊຊະນະຂອງປະຊາຊົນ ອະດີດສະຫະພາບໂຊຫວຽດ ໃນຊຸມປີ 1941 – 1945  ໃນການປ້ອງກັນນະຄອນຫຼວງ ມົດສະກູ.

This site is protected by reCAPTCHA and the Google Privacy Policy and Terms of Service apply.