ຂ່າວເດັ່ນ

ປະ​ຊ​າ​ຊົນ ອິດ​ສະ​ຣາ​ແອັນ ຄັດ​ຄ້ານ, ປະ​ຊາ​ຄົມ​ສາ​ກົນ​ກ່າວ​ປະ​ນາມ​ບັ້ນ​ບຸກ​ໂຈ​ມ​ຕີ​ນະ​ຄອນ ກາ​ຊາ

ປະ​ຊ​າ​ຊົນ ອິດ​ສະ​ຣາ​ແອັນ ຄັດ​ຄ້ານ, ປະ​ຊາ​ຄົມ​ສາ​ກົນ​ກ່າວ​ປະ​ນາມ​ບັ້ນ​ບຸກ​ໂຈ​ມ​ຕີ​ນະ​ຄອນ ກາ​ຊາ

(VOVWORLD) - ເລື່ອງກອງທັບປະກາດໃຊ້ຄຳກ່າວເຕືອນທີ່ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ນັ້ນ ແມ່ນການກະທຳລະເມີດກົດໝາຍ ແລະ ອາດຈະມອບເປັນໂທດກຳສົງຄາມ.

ສະພາບພັງທະລາຍຂອງນະຄອນ ກາຊາ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 12 ກັນຍາ 2025 (ພາບ:  THX/TTXVN)

ຕອນບ່າຍວັນທີ 16 ກັນຍາ, ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນແຫ່ຂະບວນປະທ້ວງຢູ່ນນອກທຳນຽບຂອງທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ Jerusalem, ເພື່ອຄັດຄ້ານເລື່ອງກອງທັບປະເທດນີ້ເປີດບັ້ນບຸກໂຈມຕີດ້ວຍທະຫານບົກທີ່ມີຂອບຂະໜາດໃຫຍ່ ຕີຢຶດຄອງນະຄອນ ກາຊາ. ຜູ້ແຫ່ຂະບວນປະທ້ວງໄດ້ກະຕຸກຊຸກຍູ້ລັດຖະບານ ອິດສະຣາແອັນ ມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບກຳລັງ ຮາມາດສ.

        ກໍໃນວັນດຽວກັນ, ກຸ່ມບັນດາອົງການສິດທິມະນຸດປະຈຳ ອິດສະຣາແອັນ ໄດ້ກ່າວຫາວ່າ ເລື່ອງກອງທັບປະກາດໃຊ້ຄຳກ່າວເຕືອນທີ່ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ນັ້ນ ແມ່ນການກະທຳລະເມີດກົດໝາຍ ແລະ ອາດຈະມອບເປັນໂທດກຳສົງຄາມ.

        ໃນແງ່ມູມສາກົນ, ກະຊວງການຕ່າງປະເທດ ອີຢິບ ກ່າວເຕືອນທົ່ວພາກພື້ນ ຕາເວັນອອກກາງ ພວມຢືນຢູ່ຕໍ່ໜ້າໄພອັນຕະລາຍກ້າວເຂົ້າສູ່ໄລຍະວຸ້ນວາຍໃໝ່ດ້ວຍການກະທຳຂອງ ອິດສະຣາແອັນ. ກະຊວງການຕ່າງປະເທດ ອີຢິບ ກໍສະແດງຄວາມຜິດຫວັງຢ່າງເລິກເຊິ່ງຕໍ່ເລື່ອງ ປະຊາຄົມສາກົນບໍ່ສະກັດກັ້ນບັນດາໂທດກຳດັບສູນເຊື້ອຊາດທີ່ພວມດຳເນີນຢູ່ເຂດ ກາຊາ.

        ຈາກ ເອີຣົບ, ທ່ານນາງ Kaja Kallas ຜູ້ຊີ້ນຳນະໂຍບາຍການພົວພັນຕ່າງປະເທດ ຂອງ ສະຫະພາບເອີຣົບ ແຈ້ງໃຫ້ຊາບວ່າ ວັນທີ 17 ກັນຍາ ຄະນະກາມະການເອີຣົບ (EC) ຈະປະກາດບັນດາມາດຕະການເພື່ອກໍ່ກຳລັງກົດດັນ, ບັງຄັບໃຫ້ລັດຖະບານ ອິດສະຣາແອັນ ຕ້ອງປ່ຽນແປງການກະທຳດ້ານການຮົບຢູ່ເຂດ ກາຊາ.

       ນັກຂ່າວ VOV ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.