ຂ່າວເດັ່ນ

ປະ​ຊາ​ຄົມ​ສາ​ກົນ​ກະ​ຕຸກ​ຊຸກ​ຍູ້ ອາບ​ກາ​ນິດ​ສະ​ຖານ ແລະ ປາ​ກິດ​ສະ​ຖານ ລະ​ງັບ​ໃຈ​ພາຍຫຼາຍການ​ບຸກ​ໂຈມ​ຕີ​ສູນ​ບຳ​ບັດ​​ຜູ້​ຕິດ​ເຢາ​ເສບ​ຕິດ​ຢູ່ Kabul

ປະ​ຊາ​ຄົມ​ສາ​ກົນ​ກະ​ຕຸກ​ຊຸກ​ຍູ້ ອາບ​ກາ​ນິດ​ສະ​ຖານ ແລະ ປາ​ກິດ​ສະ​ຖານ ລະ​ງັບ​ໃຈ​ພາຍຫຼາຍການ​ບຸກ​ໂຈມ​ຕີ​ສູນ​ບຳ​ບັດ​​ຜູ້​ຕິດ​ເຢາ​ເສບ​ຕິດ​ຢູ່ Kabul

(VOVWORLD) - ວັນທີ 17 ມີນາ, ສປຊ ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງວ່ອງໄວ ແລະ ເປັນເອກະລາດກ່ຽວກັບເຫດບຸກໂຈມຕີເຂົ້າສູນບຳບັດຜູ້ຕິດຢາເສບຕິດຢູ່ນະຄອນຫຼວງ Kabul (ອາບການິດສະຖານ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 400 ຄົນ ແລະ ມີຜູ້ຖືກບາດເຈັບປະມານ 250 ຄົນ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ສະວິດ), ທ່ານ Thameen Al-Kheetan  ໂຄສົກຂອງຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄດ້ເນັ້ນໜັກເຖິງເລື່ອງຕ້ອງມີການສືບສວນຢ່າງທັນການ, ເປັນເອກະລາດ ແລະ ຈະແຈ້ງ. ຕາມທ່ານແລ້ວ, ໝາກຜົນຂອງການສືບສວນຕ້ອງໄດ້ຮັບການເປີດເຜີຍ ແລະ ບັນດາຜູ້ຖືກປະສົບເຄາະຮ້າຍກໍຄືຄອບຄົວຜູ້ປະສົບເຄາະຮ້າຍ ມີສິດໄດ້ຮັບການຊົດໃຊ້.

        ກໍໃນວັນດຽວກັນ, ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ ອາບການິດສະຖານ ແລະ ປາກິດສະຖານ ລະງັບໃຈພາຍຫຼັງເຫດບຸກໂຈມຕີທາງອາກາດຢູ່ Kabul. EU ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ ແລະ ປະຕິບັດທຸກມາດຕະການທີ່ມີຄວາມເປັນໄປໄດ້ ແນໃສ່ຫຼຸດຜ່ອນຄວາມສ່ຽງເສຍຫາຍໃຫ້ແກ່ສາມັນຊົນ.

        ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Anouar El Anouni  ໂຄສົກຂອງຄະນະກຳມະການເອີຣົບ ຖືວ່າ “ເຫດບຸກໂຈມຕີທີ່ເລັ່ງໃສ່ຮາກຖານສາທາລະນະສຸກນັ້ນ ແມ່ນບາດກ້າວເພີ່ມຄວາມເຄັ່ງຕຶງໃໝ່ ແລະ ອັນຕະລາຍຕ້ອງໄດ້ຮັບການຢຸດຕິຍິ່ງໄວກໍຍິ່ງດີ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.