ຂ່າວເດັ່ນ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ ສະ​ເຫຼີມ​ສ​ະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ ສະ​ເຫຼີມ​ສ​ະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນຄະນະພັກ ຢູ່ກຳປູເຈຍ, ສະມາຄົມວິສາຫະກິດຫວຽດນາມ ຢູ່ກຳປູເຈຍ, ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ກຳປູເຈຍໝົດທຸກຄົນ ສືບຕໍ່ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ.

ພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ 

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍໄດ້ເປັນກຽດຈັດຕັ້ງພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2025). ທີພິທີ, ທ່ານ ຫງວຽນມິງຫູວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ເນັ້ນໜັກວ່າພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນຄະນະພັກ ຢູ່ກຳປູເຈຍ, ສະມາຄົມວິສາຫະກິດຫວຽດນາມ ຢູ່ກຳປູເຈຍ, ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ກຳປູເຈຍໝົດທຸກຄົນ ສືບຕໍ່ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ, ມານະພະຍາຍາມປະຕິບັດສຳເລັດໜ້າທີ່ຂອງປີນີ້ໃນທຸກຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.