ຂ່າວເດັ່ນ

ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ ໂຮ່​ຈີ​ມິນ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ຢູ່​ລະ​ດັບ 10%

ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ ໂຮ່​ຈີ​ມິນ ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ຢູ່​ລະ​ດັບ 10%

(VOVWORLD) - ເປົ້າໝາຍການເຕີບໂຕ GDP ຢູ່ລະດັບ 10%ຂຶ້ນໄປ ໃນໄລຍະ 2026 – 2030 ເຊິ່ງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງແຕ່ກໍ່ມີພື້ນຖານປະຕິບັດໄດ້.

ທ່ານ ຫງວຽນງອກຮວ່າ, ປະທານຊົ່ວຄາວສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ (HUBA) (ພາບ: VOV)

ເປົ້າໝາຍການເຕີບໂຕຍອດຜະລິດພາຍໃນປະເທດ (GDP) ສະເລ່ຍ 10%/ປີ ໄລຍະ 2026 – 2030 ໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ  ຫວຽດນາມ ກຳນົດແມ່ນພື້ນຖານເພື່ອນຳປະເທດຊາດ ກ້າວເຂົ້າສູ່ “ສັງກາດບຸກບືນຂອງຊາດ”. ປະຊາຄົມວິສາຫະກິດ ນະຄອນ ໂຮ່ຈີມິນ ມີຄວາມໝັ້ນໃຈ ຕໍ່ຄວາມສາມາດບັນລຸໄດ້ເປົ້າໝາຍນີ້.

ຕາມທ່ານ ຫງວຽນງອກຮວ່າ, ປະທານຊົ່ວຄາວສະຫະສະມາຄົມວິສາຫະກິດ ນະຄອນໂຮ່ຈີມິນ (HUBA), ເປົ້າໝາຍການເຕີບໂຕ GDP ຢູ່ລະດັບ 10%ຂຶ້ນໄປ ໃນໄລຍະ 2026 – 2030 ເຊິ່ງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງແຕ່ກໍ່ມີພື້ນຖານປະຕິບັດໄດ້. ພື້ນຖານທຳອິດແມ່ນກຳລັງໜູນພັດທະນາໃໝ່ທີ່ມາຈາກລະບົບກົນໄກ, ນະໂຍບາຍ, ພິເສດແມ່ນບັນດາມະຕິຍຸດທະສາດ. ທ່ານ ຫງວຽນງອກຮ່ວາ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນບັນດາໄມ້ງັດສຳຄັນເພື່ອໃຫ້ນະໂຍບາຍມະຫາພາກໄດ້ໄປຕິດແທດກັບຕົວຈິງທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.