ຂ່າວເດັ່ນ

ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ ຫຼັ່ງ​ໄຫຼມາ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ລະ​ຫຼີ້ນ​ບັນ​ເທິງ, ຮ່ອງ​ຮອຍ​ປະ​ຫວັດ​ສາດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ ຫຼັ່ງ​ໄຫຼມາ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່​ລະ​ຫຼີ້ນ​ບັນ​ເທິງ, ຮ່ອງ​ຮອຍ​ປະ​ຫວັດ​ສາດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ວັນທີ 2 ພຶດສະພາ, ປະຊາຊົນ, ແຂກທ່ອງທ່ຽວໄດ້ຫຼັ່ງໄຫຼມາບັນດາສະຖານທີ່ລະຫຼີ້ນບັນເທິງ, ສະຖານທີ່ແດງປະຫວັດສາດຢູ່ນະຄອນ ໂຮ່ຈີມິນ ເພື່ອຢ້ຽມຊົມໃນໂອກາດວັນບຸນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ວັນທີ 30 ເມສາ ແລະ ວັນກຳມະກອນສາກົນ, ວັນທີ 01 ພຶດສະພາ.

ໃນຊຸມວັນຜ່ານມາ ທຳນຽບ ດົກເລິບ ຫຼື ທຳນຽບເອກະລາດ ໄດ້ຕ້ອນຮັບແຂກມາຢ້ຽມຊົມເປັນຈຳນວນຫຼາຍ
(ພາບ: VOV)

ບັນດາສະຖານທີ່ຮ່ອງຮອຍປະຫວັດສາດຄື ທຳນຽບ ດົກເລິບ ຫຼື ທຳນຽບເອກະລາດ, ຫໍພິພິທະພັນພະຍານຫຼັກຖານສົງຄາມ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາເປັນຈຳນວນຫຼາຍ. ທ່ານ ຫວູເຖບິ່ງ ມາຈາກ ຮ່າໂນ້ຍ ພ້ອມດ້ວຍເພື່ອນຮ່ວມກົມກອງໄດ້ມາຢ້ຽມຢາມສະໜາມຮົບເກົ່າ ແລະ ແວ່ຢາມທຳນຽບເອກະລາດ ເພື່ອຖ່າຍຮູບ, ບັນທຶກຄວາມຊົງຈຳ. ທ່ານ ຫວູເຖບິ່ງ ໃຫ້ຮູ້ວ່າ ທ່ານມີຄວາມຕື້ນຕັນໃຈ, ເອກອ້າງທະນົງໃຈ ແລະ ດີໃຈທີ່ສຸດ ເມື່ອນະຄອນ ໂຮ່ຈີມິນ ມີການປ່ຽນແປງ, ພັດທະນາ:

“ນະຄອນໂຮ່ຈີມິນຕ່າງໄປຫຼາຍແລ້ວ, ຊີວິດການເປັນຢູ່ໃນສະໄໝແຕ່ກີ້ແມ່ນລຳບາກຫຼາຍ, ແຕ່ປັດຈຸບັນນີ້ຖືວ່າ ມີຄວາມຜາສຸກແລ້ວ, ປ່ຽນແປງຫຼາຍແລ້ວ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ບໍ່ຮູ້ຈະພັນລະນາແນວໃດ. ຄົນລຸ້ນຫຼັງຈົ່ງພະຍາຍາມປົກປັກຮັກສາປະເທດຊາດ ໃຫ້ເປັນເອກະລາດຕະຫຼອດການ.”


This site is protected by reCAPTCHA and the Google Privacy Policy and Terms of Service apply.