ຂ່າວເດັ່ນ

ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ງານ​ຕະຫຼ​າດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ງານ​ຕະຫຼ​າດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

(VOVWORLD) - ໃນຊຸມວັນທຳອິດທີ່ໄດ້ດຳເນີນໃນງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 – 2025, ສູນວາງສະແດງ ຫວຽດນາມ (VEC), ຢູ່ດົງແອັງ, ຮ່າໂນ້ຍ ໄດ້ຕ້ອນຮັບປະຊາຊົນ, ແຂກທ່ອງທ່ຽວຈຳນວນຫຼາຍມາຢ້ຽມຊົມ, ຊື້ເຄື່ອງຂອງ, ຊິມອາຫານ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 34 ແຂວງ, ນະຄອນ.

ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມສົນໃຈຢ່າງຫຼວງຫຼາຍ (ພາບ: VTC News)

ໂດຍມີໜ້າຢູ່ງານຕະຫຼາດນັດນັບແຕ່ເຊົ້າ, ເອື້ອຍ ຫງວຽນທິຮັ່ງ (ອາຍຸ 63 ປີ) ຢູ່ແຂວງ ບັກນິງ ແລະ ເອື້ອຍ ຫງວຽນທິຮວຽນ (ແທັງຮວ໊າ), ມີຄວາມພູມໃຈລໍຖ້າຮອດໂມງເປີດປະຕູເພື່ອໄປຢ້ຽມຊົມພ້ອມກັບໝູ່ເພື່ອນ.

        “ພະແນກວັດທະນະທຳ, ກິລາໄດ້ອອກແຈ້ງການກ່ຽວກັບເຫດການນີ້ ແລະ ຂ້າພະເຈົ້າໄດ້ຈົດທະບຽນເຂົ້າຮ່ວມ. ຕອນເຊົ້າມື້ນີ້, ພວກຂ້າພະເຈົ້າຈະຢ້ຽມຊົມງານຕະຫຼາດນັດ. ທັງຂະບວນຂອງຂ້າພະເຈົ້າມີລົດ 5 ຄັນ ລວມທັງໝົດມີ 200 ຄົນໄປນຳກັນ. ຂ້າພະເຈົ້າເຫັນວ່າງານຕະຫຼາດນັດອາລັງການຫຼາຍ”.

        “ໂດຍຜ່ານສື່ມວນຊົນຕ່າງໆ ແລະ ເຄີຍໄປຢ້ຽມຊົມງານວາງສະແດງເມື່ອເດືອນກັນຍາແລ້ວ, ສະນັ້ນ ມື້ນີ້, ຂ້າພະເຈົ້າໄດ້ມາແຕ່ເຊົ້າ ເພື່ອຢ້ຽມຊົມຮ້ານວາງສະແດງ 3.000 ຮ້ານຂອງທັງປະເທດ. ມາຮອດນີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ມີຄວາມເອກອ້າງທະນົງໃຈຕໍ່ກັບປະເທດ ຫວຽດນາມ ທີ່ອົງອາດກ້າຫານ, ດ້ວຍຮີດຄອງປະເພດນີທີ່ຫຼາກຫຼາຍ ແລະ ປະເພດສິນຄ້າທີ່ອຸດົມສົມບູນ.”

ຮ້ານວາງສະແດງສິນຄ້າຂອງແຂວງ ເຊີນລາ ດຶງດູດຜູ້ມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫຼາຍ (ພາບ: VTC News)
ງານຕະຫຼາດນັດໄດ້ແບ່ງອອກເປັນ 5 ເຂດ ດ້ວຍຈຳນວນຮ້ານວາງສະແດງ 3.000 ຮ້ານ, ງານຕະຫຼາດນັດໄດ້ຮັບການລົງທຶນຢ່າງທັນສະໄໝ, ມີແບບມີແຜນ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນມາຢ້ຽມຊົມ, ຊອກຮູ້ກ່ຽວກັບວິທີຜະລິດຂອງບັນດາທ້ອງຖິ່ນໃນທົ່ວປະເທດ.  ດ້ວຍຫົວຂໍ້ ແລະ ສານທີ່ວ່າ “ເຊື່ອມຕໍ່ມະນຸດດ້ວຍການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມສົນໃຈຢ່າງຫຼວງຫຼາຍ.
ຮ້ານວາງສະແດງກ່ຽວກັບອາຊີບພື້ນເມືອງ ກໍດຶງດູດຜູ້ມາຊົມເປັນຈຳນວນຫຼາຍເຊັ່ນດຽວກັນ (ພາບ: VTC News)

This site is protected by reCAPTCHA and the Google Privacy Policy and Terms of Service apply.