ຂ່າວເດັ່ນ

ປະ​ຊາ​ຊົນ​ເຂດ ກາ​ຊາ ຍັງ​ຄົງ​ຂາດ​ແຄນ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່ຮີບ​ດ່ວນ ແລະ ຈຳ​ເປັນ

ປະ​ຊາ​ຊົນ​ເຂດ ກາ​ຊາ ຍັງ​ຄົງ​ຂາດ​ແຄນ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່ຮີບ​ດ່ວນ ແລະ ຈຳ​ເປັນ

(VOVWORLD) - ວັນທີ 4 ພະຈິກ, ອົງການ ອາຫານໂລກ ສປຊ (WFP) ໃຫ້ຮູ້ວ່າ ໃນ 4 ອາທິດຢຸດຍິງຜ່ານມາ, ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຮັບການຂົນສົ່ງເຂົ້າເຂດ ກາຊາ ພຽງແຕ່ຕອບສະໜອງໄດ້ 50% ຄວາມຕ້ອງການທີ່ຮີບດ່ວນ ແລະ ຈຳເປັນເທົ່ານັ້ນ.

ປະຊາຊົນ ປາແລັດສະຕິນ ພັກຜ່ອນຢູ່ກາງຊາກຫັກພັງ ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດສ, ນະຄອນ ກາຊາ, ວັນທີ 2 ພະຈິກ (ພາບ:REUTERS/Mahmoud Issa)

ໃນຂະນະນັ້ນ, ບັນດາອົງການຈັດຕັ້ງມະນຸດສະທຳ ປາແລັດສະຕິນ ຢັ້ງຢືນວ່າ ປະລິມານເຄື່ອງຊ່ວຍເຫຼືອໄດ້ຂົນສົ່ງເຂົ້າເຂດ ກາຊາ ພຽງແຕ່ຕອບສະໜອງໄດ້ ¼ ຫາ 1/3 ຄວາມຕ້ອງການເທົ່ານັ້ນ. ສ່ວນຕາມວົງການເຈົ້າໜ້າທີ່ທ້ອງຖິ່ນ ກາຊາ ແລ້ວ, ສະເລ່ຍແຕ່ລະມື້ມີພຽງແຕ່ 145 ຖ້ຽວລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງເຖິງມືປະຊາຊົນເຂດ ກາຊາ, ໃນຂະນະທີ່ ສປຊ ຄາດຄະເນວ່າ ຢ່າງໜ້ອຍສຸດຕ້ອງມີ 600 ຖ້ຽວຕໍ່ວັນ.

ອີກຄັ້ງໜຶ່ງ, ອົງການອາຫານໂລກ ແລະ ບັນດາອົງການຈັດຕັ້ງມະນຸດສະທຳຮຽກຮ້ອງໃຫ້ການນຳກຳອຳນາດຂອງ ອິດສະຣາແອັນ ຍົກເລີກການປິດລ້ອມໃນທັນທີ ແລະ ອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອໄດ້ຂົນສົ່ງເຂົ້າເຂດ ກາຊາ ແບບເສລີ ເພື່ອແນໃສ່ຫຼີກລ້ຽງຜົນຕາມມາອັນຮ້າຍແຮງໃນສະພາບການລະດູໜາວກຳລັງວຽນມາອີກບໍ່ພໍເທົ່າໃດມື້.

ນັກຂ່າວ VOV  ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.