ຂ່າວເດັ່ນ

ປະ​ສິດ​ທິ​ຜົນການ​ເຄື​່ອນ​ໄຫວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ເປັນ​ປົກ​ກະ​ຕິ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້

ປະ​ສິດ​ທິ​ຜົນການ​ເຄື​່ອນ​ໄຫວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ເປັນ​ປົກ​ກະ​ຕິ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້

(VOVWORLD) - ຕາມການຄາດຄະເນຂອງທະນາຄານໂລກ, ການເຕີບໂຕຂອງ ຫວຽດນາມ ຄາດວ່າບັນລຸ 6,8% ໃນປີ 2025 ກ່ອນທີ່ຈະຮັກສາລະດັບເປັນປົກກະຕິໃນປີ 2026.

(ພາບ: VOV)

    ຕອນເຊົ້າວັນທີ 12 ກຸມພາ, ໃນງານປະກາດບົດລາຍງານຫວນຄືນ-ອັບເດັດສະພາບເສດຖະກິດ ຫວຽດນາມ, ກຳປູເຈຍ ແລະ ລາວ, ທ່ານນາງ Mariam J.Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ຂໍ້ສັງເກດວ່າ: ປະສິດທິຜົນການເຄື່ອນໄຫວຂອງພື້ນຖານເສດຖະກິດ ຫວຽດນາມ ຈະເປັນປົກກະຕິໃນອະນາຄົດອັນໃກ້ໆນີ້.

  ຕາມການຄາດຄະເນຂອງທະນາຄານໂລກ, ການເຕີບໂຕຂອງ ຫວຽດນາມ ຄາດວ່າບັນລຸ 6,8% ໃນປີ 2025 ກ່ອນທີ່ຈະຮັກສາລະດັບເປັນປົກກະຕິໃນປີ 2026.

   ທະນາຄານໂລກຄາດຄະເນວ່າ ບັນດາການເຄື່ອນໄຫວເສດຖະກິດ ແລະ ການບໍລິການພາຍໃນປະເທດຈະໝັ້ນຄົງກ່ວາໃນປີ 2025 ແລະ 2026 ຂະນະທີ່ຕະຫຼາດອະສັງຫາລິມະສັບຄ່ອຍໆເອົາຄືນທ່າຟື້ນຟູ.  ທ່ານນາງ Mariam J.Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ຖືວ່າ:

    ເພື່ອຮັກສາ ແລະ ແລະ ເພີ່ມທະວີແງ່ຫວັງເສດຖະກິດ, ຫວຽດນາມ ສາມາດສືບຕໍ່ສ້າງຈຸດນັດພົບທີ່ດຶງດູດບັນດາວິສາຫະກິດ. ຍິ່ງໄປກ່ວານັ້ນ, ການໜູນຊ່ວຍບັນດາການເຄື່ອນໄຫວ ແລະ ການບໍລິການພາຍໃນປະເທດ ຈະນັບມື້ນັບມີຄວາມສຳຄັນ ເພື່ອຊຸກຍູ້ການເຕີບໂຕ. ດ້ວຍວິທີຊຸກຍູ້ສະພາບແວດລ້ອມທີ່ສະດວກດີ, ໜູນຊ່ວຍວິສາຫະກິດ ແລະ ສົ່ງເສີມການໃຊ້ສອຍເອກະຊົນ, ຫວຽດນາມ ສາມາດສ້າງຄວາມທົນທານໃຫ້ແກ່ພື້ນຖານເສດຖະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.