ຂ່າວເດັ່ນ

ປະ​ທາ​ນ​ປະ​ເທດ ເລືອງ​ເກືອງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ລົງ​ຢ້ຽມ​ຢາມ​ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈີ​ມິນ

ປະ​ທາ​ນ​ປະ​ເທດ ເລືອງ​ເກືອງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ລົງ​ຢ້ຽມ​ຢາມ​ເຂດ​ອະ​ນຸ​ສອນ​ສະ​ຖານ ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ພາຍຫຼັງໄດ້ຮັບການແນະນຳກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ, ທ່ານປະທານາທິບໍດີ Anura Kumara Dissanayaka ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ, ຜູ້ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະ ເສລີພາບໃນທົ່ວໂລກ.

ປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ສີລັງກາ ລົງຢ້ຽມຢາມເຂດອະນຸສອນສະຖານ ປະທານໂຮ່ຈີມິນ (ພາບ: VOV)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມຂອງທ່ານປະທານາທິບໍດີ ສີລັງກາ, ຕອນບ່າຍວັນທີ 5 ພຶດສະພາ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ Anura Kumara Dissanayaka ໄດ້ລົງຢ້ຽມຢາມເຂດອະນຸສອນສະຖານ ປະທານໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ. ພາຍຫຼັງໄດ້ຮັບການແນະນຳກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ, ທ່ານປະທານາທິບໍດີ Anura Kumara Dissanayaka ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ, ຜູ້ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະ ເສລີພາບໃນທົ່ວໂລກ. ບັນດາຄຸນຄ່າທາງດ້ານວັດນະທະ ໂຮ່ຈີມິນ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນຢ່າງສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ສີລັງກາໃຫ້ນັບມື້ນັບພັດທະນາຢ່າງແຮງໃນຫຼາຍຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.