ຂ່າວເດັ່ນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

(VOVWORLD) - ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງເລກທີ 14, ຕາແສງ ຮອກມົນ, ນະຄອນໂຮ່ຈີມິນ (ພາບ: VOV)

ຕອນເຊົ້າວັນທີ 15 ມີນາ, ໂດຍເຊື່ອມຕົວເຂົ້າກັບບັນຍາກາດຂອງທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ໄປປ່ອນບັດເລືອກຕັ້ງຢູ່ເຂດເລືອກຕັ້ງເລກທີ 14, ຕາແສງ ຮອກມົນ, ນະຄອນໂຮ່ຈີມິນ. ພາຍຫຼັງປ່ອນບັດເລືອກຕັ້ງ, ປະຕິບັດສິດທິພົນລະເມືອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສົ່ງສານໄປຍັງຜູ້ມີສິດເລືອກຕັ້ງທົ່ວປະເທດວ່າ:

ໄປເລືອກຕັ້ງແມ່ນສິດ ແລະ ຄວາມຮັບຜິດຊອບອັນຊັກກະລະບູຊາຂອງພົນລະເມືອງໃນທົ່ວປະເທດ. ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ຄັ້ງນີ້ ຍິ່ງມີຄວາມໝາຍ, ສ້າງຂີດໝາຍ 80 ປີແຫ່ງວັນທົ່ວປວງຊົນເລືອກຕັ້ງ ຂອງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (1946 - 2026), ເລືອກຕັ້ງສະພາແຫ່ງຊາດຊຸດທຳອິດ. ຂ້າພະເຈົ້າກໍ່ມີຄວາມເຊື່ອໝັ້ນວ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄປເລືອກຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ, ເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ, ສົມເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ເພື່ອນຳປະເທດພວກເຮົາກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເດດຄັ້ງທີ XIV ຂອງພັກ ຢ່າງມີໄຊ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.