ຂ່າວເດັ່ນ

ປະ​ທາ​ນາ​ບໍ​ດີ ອາ​ເມ​ລິ​ກາ ສະ​ເໜີ​ຜູ້​ແທນ​ທ່ານ​ປະ​ທານ Fed J. Powell

ປະ​ທາ​ນາ​ບໍ​ດີ ອາ​ເມ​ລິ​ກາ ສະ​ເໜີ​ຜູ້​ແທນ​ທ່ານ​ປະ​ທານ Fed J. Powell

(VOVWORLD) - ທ່ານ Warsh, ອາຍຸ 55 ປີ, ຈະແທນໃຫ້ທ່ານ Jerome Powell ໃນເດືອນພຶດສະພາຈະມາເຖິງ.

ທ່ານ Kevin Warsh (ພາບ:  REUTERS/Brendan McDermid)

    ວັນທີ 30 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump ປະທານາບໍດີ ອາເມລິກາ ໄດ້ສະເໜີທ່ານ Kevin Warsh, ອະດີດຜູ້ວ່າການທະນາຄານກາງ ອາເມລິກາ (Fed), ເຂົ້າດຳລົງຕຳແໜ່ງປະທານທະນາຄານກາງ ອາເມລິກາ. ໃນແຈ້ງການເອົາລົງພື້ນຖານ Truth Social, ທ່ານປະທານາທິບໍດີ ໃຫ້ຮູ້ວ່າ: ທ່ານໄດ້ຮູ້ຈັກທ່ານ Warsh ໃນເວລາຍາວນານ ແລະ ເຊື່ອໝັ້ນວ່າ ທ່ານຈະກາຍເປັນໜຶ່ງໃນບັນດາປະທານ Fed ດີເດັ່ນທີ່ສຸດໃນປະຫວັດສາດ. ທ່ານຖືວ່າ: ທ່ານ Warsh ຈະເປັນ “ແບບຢ່າງທີ່ດີເລີດ” ແລະ ຍາກທີ່ຈະກໍ່ຄວາມເສຍຫວັງໄດ້.

      ຖ້າໄດ້ຮັບການຮັບຮອງເອົາຈາກສະພາສູງ ອາເມລິກາ, ທ່ານ Warsh, ອາຍຸ 55 ປີ, ຈະແທນໃຫ້ທ່ານ Jerome Powell ໃນເດືອນພຶດສະພາຈະມາເຖິງ. ທ່ານ Kevin Warsh ມີປະສົບການເຮັດວຽກຢູ່ Fed ກ່ອນນີ້ ແລະ ປະຈຸບັນ, ທ່ານເປັນນັກຄົ້ນຄ້ວາຢູ່ສະຖາບັນ Hoover ແລະ ເປັນຄູສອນຢູ່ໂຮງຮຽນດຳເນີນທຸລະກິດຫຼັງມະຫາວິທະຍາໄລ Stanford.

This site is protected by reCAPTCHA and the Google Privacy Policy and Terms of Service apply.