ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ D. Trump ນາບຂູ່​ຈະ​ຈັດ​ວາງ​​ພາ​ສີ EU ຍ້ອນ​ໄດ້​ປັບ​ໄໝ Google

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ D. Trump ນາບຂູ່​ຈະ​ຈັດ​ວາງ​​ພາ​ສີ EU ຍ້ອນ​ໄດ້​ປັບ​ໄໝ Google

(VOVWORLD) - ທ່ານ Trump ຖືວ່າ EU ພວມ “ເອົາເງິນຈຳນວນທີ່ອາດຈະຖືກລົງທຶນ ແລະ ສ້າງວຽກເຮັດງານທຳຢູ່ ອາເມລິກາ”....

ປະທານາທິບໍດີ ອາເມລິກາ D. Trump (ພາບ: REUTERS/Marco Bello)

   ວັນທີ 5 ກັນຍາ, ປະທານາທິບໍດີ ອາເມລິກາ D. Trump ໄດ້ຕຳໜິຕິຕຽນ EU ຍ້ອນໄດ້ຈັດວາງລະດັບການປັບໄໝຜູກຂາດສຳລັບ Google ທີ່ມີມູນຄ່າ 3,47 ຕື້ USD ທ່ານກ່າວເຕືອນວ່າ ຈະຈັດວາງນະໂຍບາຍພາສີອາກອນຕອບໂຕ້ ຖ້າຫາກວ່າ Brussels ບໍ່ປ່ຽນແປງຄຳຕັດສິນດັ່ງກ່າວ.

  ໃນສື່ສັງຄົມ Truth Social ທ່ານ Trump ຖືວ່າ EU ພວມ “ເອົາເງິນຈຳນວນທີ່ອາດຈະຖືກລົງທຶນ ແລະ ສ້າງວຽກເຮັດງານທຳຢູ່ ອາເມລິກາ” ພ້ອມທັງເນັ້ນໜັກວ່າ “ຜູ້ເສຍພາສີ ອາເມລິກາ ຈະບໍ່ຍອມຮັບສິ່ງນີ້”. ທ່ານກໍ່ຍັງຄັດສະເໜີບັນດາເຫດການກ່ອນນັ້ນ, ຄືຄຳຕັດສິນເມື່ອປີ 2016 ບັງຄັບໃຫ້ Apple ຕ້ອງເສຍເງິນຈຳນວນ 15,2 ຕື້ USD ໃຫ້ແກ່  Ireland, ແລະ ຢັງຢືນວ່າ “ບັນດາບໍລິສັດ ອາເມລິກາ ຕ້ອງເອົາຄືນຈຳນວນເງິນດັ່ງກ່າວ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.