ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ປະ​ທານ​ປະ​ເທດ ຈີນ ສີ​ຈ​ິ້ນ​ຜິງ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ໃນໄວໆ​ນີ້

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ປະ​ທານ​ປະ​ເທດ ຈີນ ສີ​ຈ​ິ້ນ​ຜິງ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ໃນໄວໆ​ນີ້

(VOVWORLD) - ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ Scott Bessent ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວໃນວັນທີ 1 ມິຖຸນາ ໃນລາຍການ "Face the Nation" ຂອງ ໂທລະພາບ CBS.

ວັນທີ 1 ມິຖຸນາ, ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Scott Bessent, ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະດຳເນີນການເຈລະຈາທາງໂທລະສັບໃນໄວນີ້ ເພື່ອແກ້ໄຂບັນດາບັນຫາທາງການຄ້າ, ລວມມີການຂັດແຍ້ງກັນກ່ຽວກັບແຮ່ທາດທີ່ຈຳເປັນ.

ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ Scott Bessent ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວໃນວັນທີ 1 ມິຖຸນາ ໃນລາຍການ "Face the Nation" ຂອງ ໂທລະພາບ CBS. ຕາມລັດຖະມົນຕີການເງິນ ອາເມລິກາ ແລ້ວ, ການເຈລະຈາທາງໂທລະສັບລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ທ່ານປະທານປະທານ ຈີນ ສີຈິ້ນຜິງ ແມ່ນການກະຕຸກຊຸກຍູ້ສຳຄັນໃນຈຸດເວລານີ້, ເມື່ອບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ຈີນກ່ຽວກັບຂໍ້ຕົກລົງທາງການຄ້າທີ່ຍາວນານກ່ຽວກັບບັນຫາພາສີອາກອນ ບໍ່ມີຄວາມຄືບໜ້າໃດໆນັບແຕ່ເວລາສອງຝ່າຍບັນລຸໄດ້ຂໍ້ຕົກລົງຊົ່ວຄາວໃນວັນທີ 12 ມິຖຸນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.