ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ຫຼາຍ​ປະ​ເທດ ອາ​ດ​ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ຫຼາຍ​ປະ​ເທດ ອາ​ດ​ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz

(VOVWORLD) - ວັນທີ 14 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຫຼາຍປະເທດອາດຈະຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດຊ່ອງແຄບທະເລ Hormuz ເພື່ອແນໃສ່ຮັບປະກັນໃຫ້ເສັ້ນທາງຂົນສົ່ງພະລັງງານສຳຄັນນີ້ຢ່າງໂລ່ງລຽນ ໃນສະພາບການຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຕໍ່ໜ້າສື່ມວນຊົນໃນວັນທີ  13/3/2026. (ພາບ: : REUTERS/Kevin Lamarque)

    ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ບັນດາປະເທດຖືກຜົນກະທົບຈາກຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ປິດປະຕູຊ່ອງແຄບທະເລ Hormuz ຈະສົມທົບກັບ ວໍຊິງຕັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງທາງທະເລນີ້. ການສົມທົບຈະໄດ້ປະຕິບັດດ້ວຍເລື່ອງບັນດາປະເທດ ຈະສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວ ເພື່ອຮັກສາໃຫ້ຊ່ອງແຄບທະເລ Hormuz ໄດ້ຮັບການຈະລາຈອນຢ່າງລຸລ່ວງ.

    ທ່ານປະທານາທິບໍດີ Donald Trump  ຫວັງວ່າ ປະເທດຈຳນວນໜຶ່ງຄື: ຈີນ, ຝລັ່ງ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ ແລະ ບາງປະເທດອື່ນ ຈະຈັດສົ່ງກ່ຳປັ່ນໄປຍັງເຂດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທຳນຽບຂາວ ຍັງບໍ່ທັນໄດ້ຍົກອອກປະຕິກິລິຍາໃດຕໍ່ເລື່ອງ ຈະມີປະເທດໃດແດ່ ທີ່ຕົກລົງເຫັນດີຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວຢ່າງເປັນທາງການຫຼືບໍ?

ນັກຂ່າວ VOV ປະຈຳ ອາເມລິກາ

 


 

This site is protected by reCAPTCHA and the Google Privacy Policy and Terms of Service apply.