ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ຕັ້ງ​ຫວັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທາງ​ການ​ຄ້າ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ຕັ້ງ​ຫວັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທາງ​ການ​ຄ້າ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

(VOVWORLD) - ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການພົບປະລະຫວ່າງທ່ານກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ສ.ເກົາຫລີໄດ້ກຳນົດ ແລະ ສອງຝ່າຍໄດ້ຂຶ້ນແຜນໃຫ້ແກ່ກອງປະຊຸມທີ່ຍາວ.

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters)

ວັນທີ 22 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຕັ້ງຫວັງວ່າຈະບັນລຸໄດ້ຂໍ້ຕົກລົງທາງການຄ້າກັບ ຈີນ ໃນການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຄາດວ່າຈະດຳເນີນໃນອາທິດໜ້າຢູ່ ສ.ເກົາຫຼີ, ຢູ່ນອກກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). ໄປຄຽງຄູ່ກັນນັ້ນ, ທ່ານ Donald Trump ກໍ່ມີຄວາມຫວັງວ່າສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຟື້ນຟູເລື່ອງຈີນຊື້ຖົ່ວເຫຼືອງຂອງ ອາເມລິກາ. ຕາມທ່ານປະທານາທິບໍດີ ອາເມລິກາແລ້ວ, ການພົບປະລະຫວ່າງທ່ານກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ສ.ເກົາຫລີໄດ້ກຳນົດ ແລະ ສອງຝ່າຍໄດ້ຂຶ້ນແຜນໃຫ້ແກ່ກອງປະຊຸມທີ່ຍາວ. ທ່ານກໍ່ຍ້ອງຍໍສັນລະເສີນການພົວພັນສ່ວນຕົວກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ສະແດງຄວາມປະເອີບໃຈກ່ຽວກັບເລື່ອງ ອາເມລິກາ - ຈີນ ອາດຈະແກ້ໄຂທຸກຄວາມບໍ່ລົງລອຍກັນໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.