ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

(VOVWORLD) - ວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີເພີ່ມຫຼາຍພໍສົມຄວນສຳລັບສິນຄ້ານຳເຂົ້າຈາກບັນດາປະເທດທີ່ຈັດວາງພາສີດ້ານເຕັກນິກດີຈີຕອນ, ເວັ້ນເສຍແຕ່ກໍລະນີບັນດາປະເທດນີ້ຍົກເລີກກົດໝາຍພາສີດັ່ງກ່າວ.

(ພາບ: THX/TTXVN)

  ໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump  ເນັ້ນໜັກວ່າ, ໃນຖານະເປັນປະທານາທິບໍດີ ອາເມລິກາ. ທ່ານຈະລຸກຂຶ້ນຕ້ານຄືນບັນດາປະເທດຈັດວາງອັດຕາພາສີສຳລັບບໍລິສັດເຕັກໂນໂລຢີຂອງ ອາເມລິກາ. ຕາມທ່ານ Trump ແລ້ວ, ບັນດາປະເພດພາສີດ້ານເຕັກນິກດີຈີຕອນ, ກົດໝາຍການບໍລິການດີຈີຕອນ ແລະ ຂໍ້ກຳນົດຕະຫຼາດເຕັກນິກດີຈີຕອນ ລ້ວນແຕ່ໄດ້ອອກແບບ ເພື່ອແນໃສ່ກໍ່ຄວາມເສຍຫາຍ ຫຼື ຈຳແນກການປະພຶດກັບເຕັກໂນໂລຢີ ອາເມລິກາ.  

        ຫຼາຍປະເທດ, ພິເສດ ຢູ່ ເອີຣົບ ໄດ້ຈັດວາງອັດຕາພາສີລາຍຮັບຈາກບັນດາບໍລິສັດສະໜອງການບໍລິການເຕັກນິກດີຈີຕອນຄື Google ຂອງ Alphabet, Facebook ຂອງ Meta, Apple ແລະ Amazon.


This site is protected by reCAPTCHA and the Google Privacy Policy and Terms of Service apply.