ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ພວມ​ພິດ​ຈາ​ລະ​ນາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ແລະ ພາ​ສີ​ອາ​ກອນ ​ທີ່​ມີ​ຕໍ່ ລັດ​ເຊຍ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ພວມ​ພິດ​ຈາ​ລະ​ນາ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ແລະ ພາ​ສີ​ອາ​ກອນ ​ທີ່​ມີ​ຕໍ່ ລັດ​ເຊຍ

(VOVWORLD) - ທ່ານ Donal Trump ໄດ້ຂຽນວ່າ: ອາເມລິກາ ຈະພິດຈາລະນາຢ່າງເຂັ້ມງວດບັນດາມາດຕະການລົງໂທດທະນາຄານທີ່ມີຂອບຂະໜາດໃຫ່ຍ...

(ພາບ: TTXVN)

     ວັນທີ 7 ມີນາ, ສຳນັກຂ່າວສານ ລັດເຊຍ INTERFAX ໄດ້ໃຫ້ຂ່າວວ່າ ປະທານາທິບໍດີ ອາເມລິກາ Donald Trump ພວມພິດຈາລະນາຄວາມອາດສາມາດຈັດວາງບັນດາມາດຕະການລົງໂທດ ແລະ ພາສີອາກອນ ທີ່ມີຕໍ່ ລັດເຊຍ ເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ຢູແກນ. ໃນສື່ສັງຄົມອານລາຍ Truth Social, ທ່ານ Donal Trump ໄດ້ຂຽນວ່າ: ອາເມລິກາ ຈະພິດຈາລະນາຢ່າງເຂັ້ມງວດບັນດາມາດຕະການລົງໂທດທະນາຄານທີ່ມີຂອບຂະໜາດໃຫ່ຍ ກໍ່ຄືບັນດາຄຳສັ່ງລົງໂທດ ແລະ ພາສີອາກອນອື່ນໆ ຕໍ່ ລັດເຊຍ, ຈົນຮອດເວລາບັນລຸໄດ້ຄຳສັ່ງຢຸດຍິງ ແລະ ມາດຕະການສັນຕິພາບສຸດທ້າຍ. ທ່ານ ກໍ່ຮຽກໃຫ້ ລັດເຊຍ ແລະ ຢູແກຼນ ຈົ່ງເລີ່ມການເຈລະຈາໃນທັນທີ, ຖ້າບໍ່ດັ່ງນັ້ນກໍ່ຈະສາຍໄປໄກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.