ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ປ່ຽນ​ແທນ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ປ່ຽນ​ແທນ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

(VOVWORLD) - ວັນທີ 01 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະເໜີທ່ານ Mike Waltz ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ.

ໂດຍແຈ້ງຂ່າວໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານສະເໜີທ່ານ Mike Waltz ດຳລົງຕຳແໜ່ງເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ສປຊ ແລະ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ຈະດຳລົງຕຳແໜ່ງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໂດຍຊົ່ວຄາວ. ນີ້ແມ່ນການທົດແທນບຸກຄະລາກອນສຳຄັນຄັ້ງທໍາອິດໃນຄະນະລັດຖະບານ ຂອງທ່ານ Trump ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນມັງກອນຜ່ານມາ ແລະ ນີ້ກໍແມ່ນຄັ້ງທຳອິດທີ່ມີບຸກຄົນໜຶ່ງດຳລົງ 2 ຕຳແໜ່ງ ລັດຖະມົນຕີການຕ່າງປະເທດ ແລະ ທີປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ພ້ອມກັນ ຢູ່ ອາເມລິກາ ນັບແຕ່ປີ 1970 ເປັນຕົ້ນມາ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.