ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ສົງ​ຄາມ ກາ​ຊາ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສົມ​ບູນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ສົງ​ຄາມ ກາ​ຊາ ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສົມ​ບູນ

(VOVWORLD) - ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແມ່ນ “ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ ອິດສະຣາແອັນ ແລະ ໂລກ”; ທ່ານເນັ້ນໜັກວ່າ ເຖິງວ່າ ມີຄວາມສ່ຽງຫຼາຍຢ່າງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ແຕ່ໃນທີ່ສຸດ “ພວກຂ້າພະເຈົ້າກໍບັນລຸໄດ້ສິ່ງດັ່ງກ່າວ”.

ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັບຂໍ້ຕົກລົງທີ່ໄດ້ລົງນາມໃນວັນທີ 13 ຕຸລາ 2025
(ພາບ:   REUTERS/Evelyn Hockstein)

ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງເປັນເວລາ 4 ຊົ່ວໂມງ ໄປຢ້ຽມຢາມ ອິດສະຣາແອັນ. ໃນຂອບເຂບການຢ້ຽມຢາມ, ທ່ານ Trump ໄດ້ມີການແລກປ່ຽນກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ, ພົບປະກັບບັນດາຄອບຄົວທີ່ມີຕົວປະກັນໂດຍຂະບວນການ ຮາມາດສ ໄດ້ປ່ອຍເປັນອິດສະຫຼະພາບ. ໃນບົດກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອິດສະຣາແອັນ (Knesset), ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແມ່ນ “ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ ອິດສະຣາແອັນ ແລະ ໂລກ”; ທ່ານເນັ້ນໜັກວ່າ ເຖິງວ່າ ມີຄວາມສ່ຽງຫຼາຍຢ່າງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ແຕ່ໃນທີ່ສຸດ “ພວກຂ້າພະເຈົ້າກໍບັນລຸໄດ້ສິ່ງດັ່ງກ່າວ”.

ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມສຸດຍອດ Sharm El Sheikh (ອີຢິບ) ກ່ຽວກັບ ກາຊາ, ອີກຄັ້ງໜຶ່ງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ສົງຄາມ ກາຊາ ໄດ້ສິ້ນສຸດລົງຢ່າງສົມບູນ ແລະ ດຽວນີ້ແມ່ນພາລະກິດສ້າງດິນແດນນີ້ຄືນໃໝ່. ທ່ານ Trump ຍ້ອງຍໍຊົມເຊີຍຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ຫາກໍ່ລົງນາມໃນກອງປະຊຸມກ່ຽວກັບການຢຸດຕິການປະທະກັນ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ, ເອີ້ນນີ້ແມ່ນຂໍ້ຕົກລົງປະຫວັດສາດ “ບໍ່ເຄີຍມີໃຜຄິດວ່າ ຈະສາມາດບັນລຸໄດ້”. ທ່ານ Trump ກໍຫວັງວ່າ ບັນດາປະເທດໃນພາກພື້ນ ຈະເຂົ້າຮ່ວມສົນທິສັນຍາ Araham ກ່ຽວກັບການຫັນການພົວພັນລະຫວ່າງ ອິດສະຣາແອັນ ແລະ ໂລກ ອາຣັບ ເປັນປົກກະຕິ ໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.