ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ​ເພີ່ມອັດ​ຕາ​ພາ​ສີ​ຂຶ້ນ​ທົບ 2 ເທົ່າ ສຳ​ລັບ​ຜະ​ລິ​ດ​ຕະ​ພັນ​ອາ​ລູ​ມີ​ນຽມ​ ແລະ ເຫຼັກ​ກ້າ ຈາກ ກາ​ນາ​ດາ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ​ເພີ່ມອັດ​ຕາ​ພາ​ສີ​ຂຶ້ນ​ທົບ 2 ເທົ່າ ສຳ​ລັບ​ຜະ​ລິ​ດ​ຕະ​ພັນ​ອາ​ລູ​ມີ​ນຽມ​ ແລະ ເຫຼັກ​ກ້າ ຈາກ ກາ​ນາ​ດາ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງໃຫ້ລັດຖະມົນຕີກະຊວງການຄ້າ ອາເມລິກາ ເພີ່ມອັດຕາພາສີສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າຈາກ ການາດາ ແຕ່ 25% ຂຶ້ນເປັນ 50%.

ວັນທີ 11 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຈັດວາງອັດຕາພາສີເພີ່ມເຕີມ 25% ສຳລັບ ອາລູມີນຽມ ແລະ ເຫຼັກກ້າ ນຳເຂົ້າຈາກ ການາດາ. ການກະທຳດັ່ງກ່າວເພື່ອແນໃສ່ໂຕ້ຕອບເລື່ອງ ການາດາຈັດວາງອັດຕາພາສີຕື່ມອີກ 25% ສຳລັບການສົ່ງອອກໄຟຟ້າໄປຍັງ 3 ລັດຂອງ ອາເມລິກາ.

        ໃນສື່ສັງຄົມອອນລາຍ TruthSocial, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງໃຫ້ລັດຖະມົນຕີກະຊວງການຄ້າ ອາເມລິກາ ເພີ່ມອັດຕາພາສີສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າຈາກ ການາດາ ແຕ່ 25% ຂຶ້ນເປັນ 50%. ອັດຕາພາສີດັ່ງກ່າວເລີ່ມມີຜົນສັກສິດແຕ່ວັນທີ 12 ມີນາ. ທ່ານ Trump ກໍເນັ້ນໜັກວ່າ ການາດາ ຕ້ອງຍົກເລີກອັດຕາພາສີ 250% ຫາ 390% ສຳລັບຫຼາຍຜະລິດຕະພັນຜະລິດດ້ວຍນ້ຳນົມຂອງ ອາເມລິກາ ໃນທັນທີ.  ທ່ານ Trump ກ່າວເຕືອນວ່າ ຖ້າຫາກວ່າ ການາດາ ບໍ່ຍົກເລີກບັນດາອັດຕາພາສີດັ່ງກ່າວ, ທ່ານຈະເພີ່ມອັດຕາພາສີຫຼາຍພໍສົມຄວນສຳລັບລົດໂອໂຕນຳເຂົ້າຕະຫຼາດ ອາເມລິກາ ແຕ່ວັນທີ 02 ເມສາ ແລະ ສິ່ງດັ່ງກ່າວໄດ້ປິດປະຕູການເຄື່ອນໄຫວຜະລິດລົດໂອໂຕຢູ່ ການາດາ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.