ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງຫຼຸດ​ຈຳ​ນວນ​ບຸກ​ຄະ​ລາ​ກອນ​ສະ​ຫະ​ລັດ​ໃນຂອບ​ຂະ​ໜາດ​ໃຫຍ່

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງຫຼຸດ​ຈຳ​ນວນ​ບຸກ​ຄະ​ລາ​ກອນ​ສະ​ຫະ​ລັດ​ໃນຂອບ​ຂະ​ໜາດ​ໃຫຍ່

(VOVWORLD) - ມີພະນັກງານສະຫະລັດປະມານ 750.000 ຄົນຢູ່ຫຼາຍອົງການ ຕ້ອງຢຸດເຮັດວຽກຊົ່ວຄາວ ໂດຍບໍ່ໄດ້ຮັບເງິນເດືອນ.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ:  REUTERS/Ken Cedeno)

ວັນທີ 02 ຕຸລາ, ໃນສື່ສັງຄົມອອນລາຍ Truth Social, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖະແຫຼງຈະດຳເນີນບັ້ນຫຼຸດຈຳນວນບຸກຄະລາກອນສະຫະລັດໃນຂອບຂະໜາດໃຫຍ່, ໃນສະພາບການລັດຖະບານສະຫະລັດປິດປະຕູສ່ວນໜຶ່ງເປັນມື້ທີ 2 ແລ້ວ.

      ຖະແຫຼງການໂດຍການນຳ ອາເມລິກາ ຍົກອອກມາໃນສະພາບການລັດຖະບານປະເທດນີ້ ໄດ້ປິດປະຕູສ່ວນໜຶ່ງຢ່າງເປັນທາງການ ແຕ່ເວລາ 0 ໂມງ 01 ນາທີຂອງວັນທີ 01 ຕຸລາ (ຕາມເວລາທ້ອງຖິ່ນ, ໝາຍຄວາມວ່າກົງກັບຕອນ 11 ໂມງ 01 ນາທີຂອງວັນດຽວກັນຕາມເວລາ ຫວຽດນາມ) ພາຍຫຼັງທີ່ສະພາແຫ່ງຊາດ ແລະ ທ່ານປະທານາທິບໍດີ ບໍ່ບັນລຸໄດ້ຂໍ້ຕົກລົງງົບປະມານ, ຍ້ອນບໍ່ລົງລອຍກັນກ່ຽວກັບແຫຼ່ງເງິນອຸປະຖຳໃຫ້ແກ່ການສົ່ງເສີມສຸຂະພາບ. ຜົນຕາມມາແມ່ນ ມີພະນັກງານສະຫະລັດປະມານ 750.000 ຄົນຢູ່ຫຼາຍອົງການ ຕ້ອງຢຸດເຮັດວຽກຊົ່ວຄາວ ໂດຍບໍ່ໄດ້ຮັບເງິນເດືອນ.

      ສ່ວນທ່ານ Chuck Schumer  ການນຳພັກປະຊາທິປະໄຕທີ່ກວມຈຳນວນສະມາຊິກສ່ວນໜ້ອຍຢູ່ສະພາສູງ ຖືວ່າ ເລື່ອງໃຫ້ພະນັກງານຈຳນວນຫຼາຍອອກວຽກນັ້ນ ແມ່ນຈະບໍ່ມີບ່ອນອີງທີ່ເໝາະສົມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.