ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແຈ້ງ​ການ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ບໍ່​ແຮ່​ສຳ​ລັບ ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແຈ້ງ​ການ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ບໍ່​ແຮ່​ສຳ​ລັບ ຢູ​ແກຼນ

(VOVWORLD) - ວັນທີ 26 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຈະເດີນທາງໄປຍັງ ອາເມລິກາ ໃນທ້າຍອາທິດນີ້ ເພື່ອລົງນາມໃນຂໍ້ຕົກລົງວ່າດ້ວຍບໍ່ແຮ່ກັບ ອາເມລິກາ ຢ່າງເປັນທາງການ ພາຍຫຼັງໄລຍະເຈລະຈາກັນທີ່ມີການໂຕ້ຖຽງຫຼາຍຢ່າງ.

ກ່າວຄຳເຫັນເລີ່ມຕົ້ນກອງປະຊຸມຄະນະລັດຖະບານຄັ້ງທຳອິດຂອງອຳນາດການປົກຄອງໃໝ່ໃນວັນທີ 26 ກຸມພາ ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຢັ້ງຢືນວ່າ ຮ່າງຂໍ້ຕົກລົງກ່ຽວກັບບໍ່ແຮ່ລະຫວ່າງ ອາເມລິກາ ແລະ ຢູແກຼນ ໄດ້ສຳເລັດແລ້ວ ແລະ ຈະໄດ້ລົງນາມໃນທ້າຍອາທິດນີ້. ຕາມບັນດາເນື້ອໃນຫຼັກໆຂອງຂໍ້ຕົກລົງ, ຢູແກຼນ ຍອມຮັບຈະແບ່ງ 50% ຜົນກຳໄລຈາກການຂຸດຄົ້ນແຮ່ທາດທີ່ຫາຍາກທັງໝົດຂອງປະເທດນີ້ ກໍຄືການຂຸດຄົ້ນບັນດາພື້ນຖານໂຄງລ່າງທ່າກ່ຳປັ່ນທະເລໃຫ້ແກ່ ອາເມລິກາ. ຂໍ້ຕົກລົງມີມູນຄ່າຂຶ້ນເຖິງ 500 ຕື້ USD ແລະ ອຳນາດການປົກຄອງຂອງທ່ານ Donald Trump  ຖືວ່າ ນີ້ແມ່ນບ້ວງເງິນຊົດເຊີຍໃຫ້ແກ່ການຊ່ວຍເຫຼືອດ້ານການທະຫານ, ເສດຖະກິດ ເຊິ່ງ ອາເມລິກາ ເຄີຍສະໜອງໃຫ້ແກ່ ຢູແກຼນ ໃນຊຸມປີຜ່ານມາ.

ໜຶ່ງໃນບັນດາຈຸດທີ່ໜ້າສົນໃຈຂອງຂໍ້ຕົກລົງສະບັບນີ້ ແມ່ນບັນດາມາດຕາທີ່ກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຂອງ ອາເມລິກາ ກັບ ຢູແກຼນ ໃນອະນາຄົດ. ເຖິງຢ່າງຢ່າງກໍຕາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຖະແຫຼງວ່າ ອາເມລິກາ ຈະບໍ່ຍົກອອກຄຳໝັ້ນສັນຍາໃຫຍ່ໃດໆສຳລັບ ຢູແກຼນ ແລະ ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແມ່ນຄວາມຮັບຜິດຊອບຂອງ ເອີຣົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.