ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ປະ​ທາ​ນາ​ທິບໍ​ດີ ອີ​ຢິບ ເປັນ​ປະ​ທານ​ກອ​ງ​ປະ​ຊຸມ​ສຸດຍອດ ກາ​ຊາ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ປະ​ທາ​ນາ​ທິບໍ​ດີ ອີ​ຢິບ ເປັນ​ປະ​ທານ​ກອ​ງ​ປະ​ຊຸມ​ສຸດຍອດ ກາ​ຊາ

(VOVWORLD) - ກອງປະຊຸມສຸດຍອດ ກາຊາ ຢູ່ Sharm El Sheikh ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຈະເປັນປະທານຮ່ວມ.

ຊາວ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອ, ວັນທີ 11 ຕຸລາ 2025
(ພາບ: REUTERS/Ramadan Abed)

ກອງປະຊຸມສຸດຍອດສາກົນກ່ຽວກັບ ກາຊາ ໂດຍທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi  ລິເລີ່ມ, ຄາດວ່າຈະດຳເນີນໃນຕົ້ນອາທິດໜ້າຢູ່ນະຄອນ Sharm El Sheikh, ທາງທິດໃຕ້ແຫຼມ ຊີນາຍ ຂອງ ອີຢິບ. ນີ້ແມ່ນສະຖານທີ່ດຳເນີນການເຈລະຈາຢຸດຍິງຄັ້ງພິເສດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ແຕ່ວັນທີ 6 – 8 ຕຸລາ ພາຍໃຕ້ການເປັນກາງ ແລະ ອຸປະຖຳຈາກ ອາເມລິກາ, ອີຢິບ, ກາຕາ ແລະ ຕວັກກີ. ວັນທີ 9 ຕຸລາ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ຕາມຂໍ້ລິເລີ່ມສິ້ນສຸດສົງຄາມ ກາຊາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump  ສະເໜີ ເມື່ອທ້າຍເດືອນກັນຍາ.

ວັນທີ 11 ຕຸລາ, ກະຊວງການຕ່າງປະເທດ ອີຢິບ  ແຈ້ງໃຫ້ຊາບວ່າ ກອງປະຊຸມສຸດຍອດ ກາຊາ ຢູ່ Sharm El Sheikh ໂດຍທ່ານປະທານາທິບໍດີ ອາເມລິກາ  Donald Trump ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຈະເປັນປະທານຮ່ວມ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.