ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພົບ​ປະ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ອີ​ຣານ ແລະ ກາ​ຊາ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພົບ​ປະ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ອີ​ຣານ ແລະ ກາ​ຊາ

(VOVWORLD) - ວັນທີ 29 ທັນວາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ມີການພົບປະກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ Florida, ໃນຂອບເຂດການຢ້ຽມຢາມ ອາເມລິກາ ຄັ້ງທີ 5 ຂອງປີ 2025.

 ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Trump ໄດ້ສະແດງຫຼັກໝັ້ນສະໜັບສະໜູນການນຳ ອິດສະຣາແອັນ, ຊົມເຊີຍທ່ານ Netanyahu ໄດ້ປະຕິບັດຖືກຕ້ອງຕາມແຜນການ ກ່ຽວກັບຄຳສັ່ງຢຸດຍິງກັບ ຮາມາດສ, ໂດບໍ່ຫົວຊາຕໍ່ເລື່ອງມີຜູ້ຊ່ວຍວຽກ ແລະ ປະເທດພັນທະມິດຈຳນວນໜຶ່ງຖືວ່າ ນາຍົກລັດຖະມົນຕີ ອິດສະຣາແອັນ ພວມໂຈະການປະຕິບັດບາງມາດຕາໃນຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມໃນເດືອນຕຸລາຜ່ານມາ. ທ່ານປະທານາທິບໍດີ ອາເມລິກາ ກໍສະແດງຄວາມປາດຖະໜາ ຢາກຫັນໄປສູ່ໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ໂດຍໄວ, ແຕ່ກໍເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນ ຮາມາດສ ຕ້ອງປົດອາວຸດ.

ກ່ຽວກັບບັນຫາ ອີຣານ, ທ່ານ Trump ກໍຖະແຫຼງວ່າ ປັດຈຸບັນ ອາເມລິກາ ຍັງບໍ່ທັນມີຫຼັກຖານຕໍ່ເລື່ອງ ອີຣານ ມີການກະທຳສ້າງບັນດາລາຍການລູກສອນໄຟນຳວິຖີ ແລະ ອາວຸດນິວເຄຼຍ ຄືນໃໝ່ເທື່ອ.

ກວາງຈຸງ - ບາທີ, ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ

 


 

This site is protected by reCAPTCHA and the Google Privacy Policy and Terms of Service apply.