ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ເໜີ​ຈັດ​ວາງ​ອັດ​ຕາ​ພາ​ສີ 50% ສຳ​ລັບ ອີ​ຢູ ແລະ 25% ສຳ​ລັບ Apple

ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ເໜີ​ຈັດ​ວາງ​ອັດ​ຕາ​ພາ​ສີ 50% ສຳ​ລັບ ອີ​ຢູ ແລະ 25% ສຳ​ລັບ Apple

(VOVWORLD) - ວັນທີ 23 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ຈັດວາງອັດຕາພາສີ 50% ສຳລັບທຸກປະເພດສິນຄ້າທີ່ນຳເຂົ້າຈາກສະຫະພາບເອີຣົບ (EU) ນັບແຕ່ວັນທີ 1 ມິຖຸນາ ຈະມາເຖິງ, ກໍຄືຈັດວາງອັດຕາພາສີ 25% ສຳລັບບັນດາຜະລິດຕະພັນຈາກ Apple ເວັ້ນເສຍແຕ່ iPhone ທີ່ຜະລິດຢູ່ ອາເມລິກາ.

ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ ໃຫ້ຮູ້ວ່າ ການຂາດດຸ່ນການຄ້າລະຫວ່າງ ອາເມລິກາ ແລະ ອີຢູ ໃນລະດັບສູງ “ບໍ່ອາດຍອມຮັບໄດ້”, ຄືເກືອບ 200 ຕື້ USD ໃນປີ 2024, ຍ້ອນບັນດາຂໍ້ຈຳກັດດ້ານການຄ້າໃຫຍ່, ອາກອນມູນຄ່າເພີ່ມ (VAT), ຄອບງຳເງິນຕາ, ບັນດາເຫດຮ້ອງຟ້ອງຕ້ານຄືນບໍລິສັດ ອາເມລິກາ… ປັດຈຸບັນ ຄະນະກຳມະການເອີຣົບ (EC) ຍັງບໍ່ທັນໄດ້ໃຫ້ຄຳເຫັນກ່ຽວກັບຂໍ້ສະເໜີຂອງທ່ານປະທານາທິບໍດີ Trump.

        ກ່ຽວຂ້ອງເຖິງ Apple, ທ່ານ Trump ໃຫ້ຮູ້ວ່າ Apple ຕ້ອງເສຍອັດຕາພາສີ 25% ສຳລັບທຸກຜະລິດຕະພັນ iPhone ຂາຍຢູ່ຕະຫຼາດ ອາເມລິກາ ແຕ່ບໍ່ໄດ້ຜະລິດຢູ່ພາຍໃນປະເທດ. ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ “ຈະບໍ່ມີອັດຕາພາສີ ຖ້າບັນດາຜະລິດຕະພັນໄດ້ພັດທະນາ ຫຼື ຜະລິດຢູ່ ອາເມລິກາ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.