ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ເໜີ​ແຜນ​ການ​ສັນ​ຕິ​ພາບ 15 ຂໍ້​ກັບ ອີ​ຣານ

ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ເໜີ​ແຜນ​ການ​ສັນ​ຕິ​ພາບ 15 ຂໍ້​ກັບ ອີ​ຣານ

(VOVWORLD) - ວັນທີ 24 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົ່ງຂໍ້ສະເໜີສັນຕິພາບໄປຍັງ ອີຣານ ແລະ ສະແດງຄວາມຫວັງກ່ຽວກັບຄວາມອາດສາມາດຢຸດຕິການປະທະກັນທີ່ແກ່ຍາວເກືອບ 1 ເດືອນຜ່ານມາ. ການກະທຳດັ່ງກ່າວໄດ້ດຳເນີນໃນຈຸດເວລາ ອີຣານ ປະກາດເປີດປະຕູຊ່ອງແຄບທະເລ Hormuz ໃຫ້ແກ່ທຸກຝ່າຍ ແລະ ກ່ຳປັ່ນລຳຕ່າງໆ, ຍົກເວັ້ນບັນດາປະເທດທີ່ພວມມີການປະທະກັນກັບປະເທດນີ້.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນການເຈລະຈາປະນິປະນອມກັບ ອີຣານ, ເຖິງວ່າປະເທດນີ້ຍັງບໍ່ທັນຢັ້ງຢືນບໍ່ວ່າການສົນທະນາທີ່ເປັນທາງການໃດ. ທ່ານ Trump  ເຜີຍໃຫ້ຮູ້ວ່າ ອີຣານ ໄດ້ຝາກ “ຂອງຂວັນທີ່ມີມູນຄ່າໃຫຍ່ຫຼວງ”, ນັ້ນແມ່ນການຜ່ອນຜັນການປິດຊ່ອງແຄບທະເລ Hormuz, ປະຕູຂອງ 1/5 ປະລິມານນ້ຳມັນບໍ່ຂອງໂລກ.

        ແຜນການສັນຕິພາບ 15 ຂໍ້ຂອງທ່ານ Trump ໄດ້ສົ່ງຜ່ານ ປາກິດສະຖານ - ປະເທດເປັນກາງ, ໂດຍໄດ້ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດວ່າ ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍ. ຊ່ອງໂທລະພາບ Channel 12 ຂອງ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານ Trump  ສະເໜີຄຳສັ່ງຢຸດຍິງໜຶ່ງທີ່ແກ່ຍາວ 1 ເດືອນ ເພື່ອໃຫ້ສອງຝ່າຍປຶກສາຫາລືກ່ຽວກັບເລື່ອງ ອີຣານ ຈະມອບປະລິມານ uranium ທີ່ໄດ້ຜ່ານການເສີມທາດແລ້ວ ແລະ ຢຸດຕິທຸກການກະທຳເສີມທາດນິວເຄຼຍອີກຕໍ່ໄປ. ໂດຍແລກກັບເລື່ອງ, ອາເມລິກາ  ອາດຈະຍົກເລີກທຸກຄຳສັ່ງລົງໂທດ ແລະ ໜູນຊ່ວຍ ອີຣານ ພັດທະນາພະລັງງານນິວເຄຼຍພົນລະເຮືອນຢູ່ໂຮງງານ Bushehr  ຂອງ ອີຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.