ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ D.Trump ກ່າ​ວ​ເຕືອນ​ສືບ​ຕໍ່​ບຸກ​ໂຈມ​ຕີ ອີ​ຣານ

ປະ​ທາ​ນາ​ທິ​ບໍ​ດີ D.Trump ກ່າ​ວ​ເຕືອນ​ສືບ​ຕໍ່​ບຸກ​ໂຈມ​ຕີ ອີ​ຣານ

(VOVWORLD) - ພາຍຫຼັງ 2 – 3 ຊົ່ວໂມງຂອງການບຸກໂຈມຕີທາງອາກາດເລັ່ງໃສ່ຮາກຖານນິວເຄຼຍຍຸດທະສາດ 3 ແຫ່ງຂອງ ອີຣານ, ຕອນຄ່ຳວັນທີ 21 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ Donald Trump ໄດ້ມີບົດກ່າວປາໄສໃນຊ່ອງໂທລະພາບແຫ່ງຊາດ ໂດຍຢັ້ງຢືນວ່າ “ບັນດາຮາກຖານນິວເຄຼຍຈຸດສຸມຂອງ ອີຣານ ຖືກລົບລ້າງແລ້ວ” ແລະ ເອີ້ນບັ້ນບຸກໂຈມຕີນັ້ນ ແມ່ນ “ຜົນສຳເລັດທາງການທະຫານຄັ້ງໃຫຍ່”.

ທ່ານປະທານາທິບໍດີ Donald Trump (ພາບ: REUTERS/Carlos Barria/Pool)

ທ່ານ Donald Trump ກ່າວເຕືອນ “ໄລຍະເວລາຈະມາເຖິງ ຈະແມ່ນສັນຕິພາບ ຫຼື ແມ່ນວິນາດຕະກຳສຳລັບ ອີຣານ” ແລະ ອາເມລິກາ ຈະສືບຕໍ່ເລັ່ງໃສ່ບັນດາເປົ້າໝາຍອື່ນດ້ວຍ “ບັນດາບັ້ນບຸກໂຈມຕີທີ່ຊັດເຈນ ແລະ ວ່ອງໄວ”.

ພາຍຫຼັງ ອາເມລິກາ ບຸກໂຈມຕີເຂົ້າບັນດາຮາກຖານນິວເຄຼຍຂອງ ອີຣານ ໃນຄ່ຳຄືນວັນທີ 21 ມິຖຸນາ ນັ້ນ, ມີການນຳຫຼາຍປະເທດໃນໂລກ ໄດ້ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິການປະທະກັນ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ດຳເນີນການເຈລະຈາ.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ອາເມລິກາ ນຳໃຊ້ກຳລັງອາວຸດຕໍ່ກັບ ອີຣານ. ທ່ານ Guterres  ຮຽກຮ້ອງບັນດາປະເທດສະມາຊິກ ສປຊ ປະຕິບັດບັນດາພັນທະຂອງຕົນບົນພື້ນຖານກົດບັດ ສປຊ ແລະ ບັນດາຂໍ້ກຳນົດອື່ນໆຂອງກົດໝາຍສາກົນ; ພ້ອມທັງຢັ້ງຢືນວ່າ ເສັ້ນທາງໜຶ່ງດຽວທີ່ມຸ່ງໄປເຖິງຂ້າງໜ້າ ແມ່ນການທູດ ແລະ ຄວາມຫວັງອັນໜຶ່ງອັນດຽວນັ້ນແມ່ນ ສັນຕິພາບ.

ກະຊວງການຕ່າງປະເທດ ເມັກຊີໂກ, ເວເນຊູເອລາ, ນິວຊີແລນ, ທ່ານປະທານ ກູບາ Miguel Diaz – Canel ກໍມີທັດສະນະອັນດຽວກັນ ແລະ ຮຽກຮ້ອງໃຫ້ ວໍຊິງຕັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຫຼຸດຜ່ອນຄວາມເຄັ່ງຕຶງ, ແກ້ໄຂດ້ວຍການເຈລະຈາ ແລະ ການທູດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.