ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ປະ​ກາດ​ພ້ອມ​ແລ້ວທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ປະ​ກາດ​ພ້ອມ​ແລ້ວທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) - ຄຳເຫັນຂອງທ່ານ Nicolas Maduro ໄດ້ຍົກອອກມາໃນສະພາບການອາເມລິກາ ຫາກໍດຳເນີນການບຸກໂຈມຕີທາງບົກເລັ່ງໃສ່ທ່າກຳປັ່ນແຫ່ງໜຶ່ງຢູ່ ເວເນຊູເອລາ.

ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ໃຫ້ຮູ້ວ່າທ່ານພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ກ່ຽວກັບການຮ່ວມມືຕ້ານການຄ້າຂາຍຢາເສັບຕິດ. ຄຳເຫັນຂອງທ່ານ Nicolas Maduro  ໄດ້ຍົກອອກມາໃນສະພາບການອາເມລິກາ ຫາກໍດຳເນີນການບຸກໂຈມຕີທາງບົກເລັ່ງໃສ່ທ່າກຳປັ່ນແຫ່ງໜຶ່ງຢູ່ ເວເນຊູເອລາ. ໃນການຕອບສຳພາດທີ່ໄດ້ອອກອາກາດໃນວັນທີ 2 ມັງກອນ ໃນຊ່ອງໂທລະພາບແຫ່ງລັດ, ທ່ານປະທານາທິບໍດີ Nicolas Maduro  ຢັ້ງຢືນ ເວເນຊູເອລາ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ ຢ່າງຈິງຈັງ ຖ້າ ວໍຊິງຕັນ ປາດຖະໜາຢາກ ບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງເພື່ອແນໃສ່ຮັບມືກັບໄພຄ້າຂາຍຢາເສັບຕິດ. ເຖິງຢ່າງໃດກໍຕາມ, ໃນການຕອບສຳພາດ, ທ່ານ Nicolas Maduro  ປະຕິເສດການປະກອບຄຳເຫັນກ່ຽວກັບເຫດບຸກໂຈມຕີທາງບົກ ທີ່ໄດ້ຮັບຖືວ່າແມ່ນເລັ່ງໃສ່ຮາກຖານເຂົ້າທຽບທ່າຂອງກຳປັ່ນ ຢູ່ແຄມແມ່ນ້ຳເວເນຊູເອລາໃນອາທິດກ່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.