ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ແຕ່​ງ​ຕັ້ງ​ທ່ານ Sébastien Lecornu ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄືນ​ໃໝ່

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ແຕ່​ງ​ຕັ້ງ​ທ່ານ Sébastien Lecornu ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄືນ​ໃໝ່

(VOVWORLD) - ວັນທີ 10 ຕຸລາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ແຕ່ງຕັ້ງທ່ານ Sébastien Lecornu ເປັນນາຍົກລັດຖະມົນຕີ ຄືນໃໝ່, ພາຍຫຼັງທີ່ການນຳຄົນນີ້ຍື່ນໃບສະເໜີລາອອກຈາກຕຳແໜ່ງ ພຽງ 4 ວັນ.

ທ່ານ Sébastien Lecornu ກ່າວຄຳເຫັນຢູ່ປາຣີ ໃນວັນທີ 8 ຕຸລາ (ພາບ: REUTERS/Stephanie Lecocq)

ກ່ອນທີ່ຕົກລົງກັບຄືນວັງ Matignon - ສຳນັກງານນາຍົກ ຝລັ່ງ, ທ່ານ Sébastien Lecornu ໄດ້ວາງອອກບາງເງື່ອນໄຂຕັດສິນຊີ້ຂາດກັບທ່ານປະທານາທິບໍດີ Emmanuel Macron. ລະອຽດ, ທ່ານຮຽກຮ້ອງໃຫ້ລັດຖະບານໃໝ່ຈະບໍ່ລວມມີບໍ່ວ່າບຸກຄົນໃດທີ່ ຢາກຫາສຽງເລືອກຕັ້ງເປັນປະທານາທິບໍດີ ປີ 2027, ນັບທັງຜູ້ທີ່ໃກ້ຊິດຄືທ່ານ Gérald Darmanin ລັດຖະມົນຕີກະຊວງພາຍໃນ  ຫຼື ທ່ານ Bruno Retailleau – ປະທານພັກ LR - ເຊິງເປັນສອງການນຳທີ່ໄດ້ຮັບຖືວ່າ “ຜູ້ສະໝັກເລືອກຕັ້ງທີ່ມີຄວາມສາມາດບົ່ມຊ້ອນ”

ນອກຈາກນັ້ນ, ທ່ານ Lecornu ກໍຮຽກຮ້ອງໃຫ້ທຸກຂໍ້ຕົກລົງລະຫວ່າງ ທຳນຽບປະທານາທິບໍດີ ຝລັ່ງ ກັບບັນດາພັກຝ່າຍຄ້ານໃນເມື່ອກ່ອນ ຕ້ອງໄດ້ນຳມາປຶກສາຫາລືຢູ່ສະພາແຫ່ງຊາດ, ລວມມີການປະຕິຮູບລະບອບນະໂຍບາຍພັກບຳນານ, ເຊິ່ງເປັນບັນຫາໜຶ່ງທີ່ມີຄວາມລະອຽດອ່ອນທີ່ສຸດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.