ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

(VOVWORLD) - ຕາມທ່ານ Lecornu ແລ້ວ, “ຈຸດເວລານີ້ບໍ່ແມ່ນຈຸດເວລາເພື່ອປ່ຽນປະທານາທິບໍດີ” ແລະ ທ່ານ Macron ຄວນສືບຕໍ່ດຳລົງຕຳແໜ່ງຮອດປີ 2027.

  ທຳນຽບປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ຈະແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່, ຊ້າສຸດແມ່ນໃນຕອນຄ່ຳວັນທີ 11 ຕຸລາ, ຕາມເວລາທ້ອງຖິ່ນ ພາຍຫຼັງທີ່ທ່ານ Sebastien Lecornu ລາອອກຈາກຕຳແໜ່ງໃນວັນທີ 06 ຕຸລາ. ຜູ້ທີ່ຈະໄດ້ຮັບການແຕ່ງຕັ້ງນີ້ຈະເປັນນາຍົກລັດຖະມົນຕີຄົນທີ 6 ໃນອາຍຸການປະທານາທິບໍດີຂອງທ່ານ Macron.

        ເມື່ອຕອບສຳພາດໃນຊ່ອງໂທລະພາບກ່ອນໜ້ານັ້ນ, ທ່ານ Lecornu ນາຍົກລັດຖະມົນຕີ ຜູ້ໃກ້ຈະສິ້ນສຸດອາຍຸການ ໃຫ້ຮູ້ວ່າ ທ່ານລໍຄອຍນາຍົກລັດຖະມົນຕີຄົນໃໝ່ຈະໄດ້ຮັບການແຕ່ງຕັ້ງ ເພື່ອແກ້ໄຂວິກິດການດ້ານການເມືອງໃນປັດຈຸບັນ, ແທນທີ່ການດຳເນີນການຫາສຽງເລືອກຕັ້ງທົ່ວປະເທດໄວກວ່າກຳນົດເວລາ ຫຼື ທ່ານປະທານາທິບໍດີ Macron ລາອອກຈາກຕຳແໜ່ງ. ຕາມທ່ານ Lecornu ແລ້ວ, “ຈຸດເວລານີ້ບໍ່ແມ່ນຈຸດເວລາເພື່ອປ່ຽນປະທານາທິບໍດີ” ແລະ ທ່ານ Macron ຄວນສືບຕໍ່ດຳລົງຕຳແໜ່ງຮອດປີ 2027.


This site is protected by reCAPTCHA and the Google Privacy Policy and Terms of Service apply.