ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຍັງ​ເປີດ​ໂອ​ກາດ​ໃຫ້​ຄວາມ​ສາ​ມາດ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຜ່ານ​ການ​ເຈ​ລະ​ຈາ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຍັງ​ເປີດ​ໂອ​ກາດ​ໃຫ້​ຄວາມ​ສາ​ມາດ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຜ່ານ​ການ​ເຈ​ລະ​ຈາ

(VOVWORLD) - ທັງທ່ານປະທານາທິບໍດີ ລັດ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ລ້ວນແຕ່ສົນໃຈ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນຫາຢູແກຼນຢ່າງເຖີງຖອງໂດຍສັນຕິວິທີ.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: REUTERS/Maxim Shemetov)

ວັນທີ 21 ກັນຍາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍັງໃຫ້ຄວາມສົນໃຈຕໍ່ການແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານການເຈລະຈາ ແລະຫວັງວ່າຈະສືບຕໍ່ຮ່ວມມືກັບ ອາເມລິກາ. ຕາມທ່ານ Dmitry Peskov ແລ້ວ, ທັງທ່ານປະທານາທິບໍດີ ລັດ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ລ້ວນແຕ່ສົນໃຈ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນຫາຢູແກຼນຢ່າງເຖີງຖອງໂດຍສັນຕິວິທີ. ທ່ານກໍ່ເນັ້ນໜັກວ່າ ລັດເຊຍ ມີຄວາມເຊື່ອໝັ້ນຕໍ່ອາເມລິກາ ແລະ ທ່ານປະທານາທິບໍດີ Donald Trump ເອງຈະມານະພະຍາຍາມໜູນຊ່ວຍບັນຫານີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.