ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່ St. Petersburg

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່ St. Petersburg

(VOVWORLD) - ຕອນບ່າຍຂອງວັນທີ 11 ເມສາ, ທ່ານໄດ້ພົບປະກັບທ່ານ Kirill Dmitriev ຜູ້ນຳໜ້າກອງທຶນລົງທຶນໂດຍກົງ ລັດເຊຍ.

(ພາບ: Sputnik)

  ຕອນຄ່ຳວັນທີ 11 ເມສາ, ເວລາ ມົດສະກູ ກົງກັບຕອນເຊົ້າວັນທີ 12 ເມສາ ຕາມເວລາ ຮ່າໂນ້ຍ, ການພົບປະລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Steve Witkoff  ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ໄດ້ສິ້ນສຸດລົງຢູ່ນະຄອນ St. Petersburg, ສະຫະພັນ ລັດເຊຍ. ນີ້ແມ່ນການພົບປະຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ທ່ານ Steve Witkoff ແລະ ໄດ້ແກ່ຍາວປະມານ 4 ຊົ່ວໂມງເຄິ່ງ. ຕາມແຈ້ງການທາງການໃນເວັບໄຊຂອງວັງ Kremlin, ນີ້ແມ່ນການພົບປະລັບ ແລະ ຫົວເລື່ອງຕົ້ນຕໍແມ່ນບັນດາແງ່ມູມກ່ຽວຂ້ອງເຖິງການຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ.

  ທ່ານ Steve Witkoff ມາຮອດ ລັດເຊຍ ໃນຕອນເຊົ້າວັນທີ 11 ເມສາ, ໃນຕອນບ່າຍຂອງວັນດຽວກັນ, ທ່ານໄດ້ພົບປະກັບທ່ານ Kirill Dmitriev ຜູ້ນຳໜ້າກອງທຶນລົງທຶນໂດຍກົງ ລັດເຊຍ. ຕາມສຳນັກຂ່າວສານ ລັດເຊຍ Ria Novosti, ອາເມລິກາ ຖືວ່າ ການເຈລະຈາຄັ້ງຕ່າງໝຂອງທ່ານ Steve Witkoff ຢູ່ ລັດເຊຍ ແມ່ນບາດກ້າວເດີນກ້າວໄປເຖິງການແກ້ໄຂບັນຫາ ຢຸແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.