ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ຢຸດ​ຍິງ​ຢູ່ ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ຢຸດ​ຍິງ​ຢູ່ ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ການສະໜັບສະໜູນແນວຄວາມຄິດທີ່ວ່າ ມີຄວາມຈຳເປັນຕ້ອງຢຸດຍິງຢູ່ ຢູແກຼນ ຢ່າງແທ້ຈິງ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 07 ເມສາ, ທ່ານ Peskov ເລຂາຮັບຜິດຊອບດ້ານສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ການສະໜັບສະໜູນແນວຄວາມຄິດທີ່ວ່າ ມີຄວາມຈຳເປັນຕ້ອງຢຸດຍິງຢູ່ ຢູແກຼນ ຢ່າງແທ້ຈິງ. ທ່ານ Peskov ເນັ້ນໜັກວ່າ ເຖິງວ່າທ່ານປະທານາທິບໍດີ ລັດເຊຍ Putin ເຫັນດີຕໍ່ແນວຄວາມຄິດຕ້ອງຢຸດຍິງຍິ່ງໄວກໍຍິ່ງດີ, ແຕ່ສິ່ງສຳຄັນແມ່ນຕ້ອງຮັບປະກັນບັນດາຜົນປະໂຫຍດຂອງ ລັດເຊຍ ແລະ ເຮັດແຈ້ງບັນດາບັນຫາເຊິ່ງທ່ານໄດ້ເຕື້ອງເຖິງເປັນຫຼາຍຄັ້ງແລ້ວ.

        ໃນຂະນະນັ້ນ, ວັນທີ 04 ເມສາ ສຳນັກຂ່າວສານ ລັດເຊຍ INTERFAX ໄດ້ໃຫ້ຂ່າວວ່າ ສະຫະພາບເອີຣົບ ສະແດງຄວາມປາດຖະໜາຢາກສືບຕໍ່ບັນດາບັ້ນດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ, ແຕ່ພັດຢັ້ງຢືນວ່າ ຈະສືບຕໍ່ສະໜອງອາວຸດໃຫ້ແກ່ປະເທດເອີຣົບຕາເວັນອອກນີ້.

ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.