ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເດີນ​ທາງໄປ​ຍັງ Krusk ຄັ້ງ​ທຳ​ອິດ, ອອກ​ຄຳ​ສັ່ງ​ປົດ​ປ່ອຍ Kursk

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເດີນ​ທາງໄປ​ຍັງ Krusk ຄັ້ງ​ທຳ​ອິດ, ອອກ​ຄຳ​ສັ່ງ​ປົດ​ປ່ອຍ Kursk

(VOVWORLD) - ກອງທັບສະຫະພັນ ລັດເຊຍ ຕ້ອງຕີໃຫ້ກອງທັບ ຢູແກຼນ ຢູ່ເຂດ Kursk ປະລາໄຊຢ່າງວ່ອງໄວ ແລະ ສ້າງຕັ້ງເຂດປອດໄພສຳລັບເຂດນີ້.

ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin  (ພາບ: ວັງ Kremlin)

ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເດີນທາງໄປຍັງແຂວງ Kursk ຢູ່ທາງທິດຕາເວັນຕົກປະເທດນີ້ເປັນຄັ້ງທຳອິດ ນັບແຕ່ເມື່ອກຳລັງ ຢູແກຼນ ຢຶດຄອງບາງເຂດດິນແດນໃນຂົງເຂດນີ້. ຕາມສຳນັກຂ່າວສານແຫ່ງລັດ ສະຫະພັນ ລັດເຊຍ TASS ວັນທີ 13 ມີນາ, ດ້ວຍຖານະເປັນຜູ້ບັນຊາການສູງສຸດ, ທ່ານປະທານາທິບໍດີ Vladimir Putin ໄດ້ອອກຖະແຫຼງການໃນການຢ້ຽມຢາມກອງບັນຊາການຂອງກຸ່ມສູ້ຮົບ Kursk ວ່າ ກອງທັບສະຫະພັນ ລັດເຊຍ ຕ້ອງຕີໃຫ້ກອງທັບ ຢູແກຼນ ຢູ່ເຂດ Kursk ປະລາໄຊຢ່າງວ່ອງໄວ ແລະ ສ້າງຕັ້ງເຂດປອດໄພສຳລັບເຂດນີ້.  ການນຳສະຫະພັນ ລັດເຊຍ ເຊື່ອໝັ້ນວ່າ “ບັນດາໜ້າທີ່ສູ້ຮົບເຊິ່ງກຳລັງ ລັດເຊຍ ພວມປະເຊີນໜ້າ ແນ່ນອນວ່າຈະໄດ້ປະຕິບັດສຳເລັດ ແລະ ເຂດ Kursk ຈະໄດ້ຮັບການປົດປ່ອຍໂດຍໄວ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.