ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ​ປະ​ກາດ ໂຄງ​ການປະ​ຕິ​ຮູບ ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ​ປະ​ກາດ ໂຄງ​ການປະ​ຕິ​ຮູບ ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

(VOVWORLD) - ກຳລັງ ຮາມາດສໄດ້ຕຳໜິຕິຕຽນການກະທຳນີ້ ແລະ ຖືວ່າ ການຍົກອອກໂຄງການປະຕິຮູບດັ່ງກ່າວ ແມ່ນຂາດຄວາມເຫັນດີເຫັນພ້ອມ ແລະ ການປະຕິຮູບລັດທະທຳມະນູນຕ້ອງການໂອ້ລົມສົນທະນາທີ່ກວ້າງຂວາງກວ່າ ແມ່ນ ບັນດາການຕັດສິນແບບພຽງລຳພັງຝ່າຍດຽວ.

ໂຄງການປະຕິຮູບໂດຍທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ ປະກາດໃນວັນທີ 24 ທັນວາ ເພື່ອແນໃສ່ປັບປຸງອຳນາດກົດໝາຍ, ປັບປຸງລັກສະນະໂປ່ງໃສ ແລະ ຮັບປະກັນການແບ່ງສິດອຳນາດ ເພື່ອເພີ່ມທະວີການຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຕໍ່ອຳນາດການປົກຄອງ ປາແລັດສະຕິນ (PA).

ບັນດາມາດຕະການທີ່ໄດ້ສະເໜີ ລວມມີ: ພິຈາລະນາຄືນບັນດາຂໍ້ກຳນົດຂອງກົດໝາຍ ຕໍ່ການເຄື່ອນໄຫວດ້ານການເມືອງ ແລະ ເສດຖະກິດ, ດ້ວຍຈຸດສຸມມຸ່ງໄປເຖິງການຕິດຕາມກວດກາດ້ານການເງິນ, ຍຸຕິທຳ ແລະ ບັນດາມາດຕະການເພີ່ມທະວີການຕ້ານການສໍ້ລາດບັງຫຼວງ. ບັນດາການປັບປຸງ ກໍ່ແນໃສ່ມອບສິດເປັນເຈົ້າຫຼາຍກ່ວາໃຫ້ແກ່ບັນດາຮາກຖານຕິດຕາມກວດກາ. ໂຄງການດຳເນີນງານໄດ້ຍົກອອກວິວັດການຫັນປ່ຽນຈາກ PA ໄປເປັນລັດເອກະລາດສົມບູນ, ລວມມີການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ຮຽບຮຽງກົດໝາຍສະບັບໃໝ່ກ່ຽວກັບບັນດາພັກການເມືອງ.

ກຳລັງ ຮາມາດສໄດ້ຕຳໜິຕິຕຽນການກະທຳນີ້ ແລະ ຖືວ່າ ການຍົກອອກໂຄງການປະຕິຮູບດັ່ງກ່າວ ແມ່ນຂາດຄວາມເຫັນດີເຫັນພ້ອມ ແລະ ການປະຕິຮູບລັດທະທຳມະນູນຕ້ອງການໂອ້ລົມສົນທະນາທີ່ກວ້າງຂວາງກວ່າ ແມ່ນ ບັນດາການຕັດສິນແບບພຽງລຳພັງຝ່າຍດຽວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.