ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ Trump ສືບ​ຕໍ່​​ເລື່ອນການ​ປະ​ຕິ​ບັດ​ຄຳ​ສັ່ງເກືອດ​ຫ້າມ TikTok ຕື່ມ​ອີກ 90 ວັນ

ປະ​ທາ​ນາ​ທິ​ບໍ​ດີ Trump ສືບ​ຕໍ່​​ເລື່ອນການ​ປະ​ຕິ​ບັດ​ຄຳ​ສັ່ງເກືອດ​ຫ້າມ TikTok ຕື່ມ​ອີກ 90 ວັນ

(VOVWORLD) - ວັນທີ 16 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນປະກາດໃຊ້ລັດຖະດຳລັດວ່າດ້ວຍການສືບຕໍ່ເລື່ອນການປະຕິບັດຄຳສັ່ງເກືອດຫ້າມ TikTok ຕື່ມອີກ 90 ວັນ, ຮອດວັນທີ 16 ທັນວາ 2025.

ໂລໂກ TikTok (ພາບ: TTXVN)

ໃນລັດຖະດຳລັດສະບັບໃໝ່ ທີ່ມີຊື່ວ່າ “ຕໍ່ກຳນົດເວລາໂຈະການປະຕິບັດຄຳສັ່ງເກືອດຫ້າມ TikTok”, ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງໃຫ້ກະຊວງຍຸຕິທຳ ອາເມລິກາ ບໍ່ດຳເນີນການບັງຄັບ ຫຼື ນຳໃຊ້ມາດຕະການປັບໄໝສຳລັບການກະທຳຈຳໜ່າຍ, ຮັກສາ ຫຼື ອັບເດດແອັບ TikTok ໃນຕະຫຼອດໄລຍະຕໍ່ກຳນົດເວລາ. ຊ້ຳບໍ່ໜຳ, ນັບທັງບັນດາການກະທຳທີ່ໄດ້ດຳເນີນແຕ່ວັນທີ 19 ມັງກອນ 2025 (ເຊິ່ງເປັນຈຸດເວລາທີ່ກົດໝາຍມີຜົນສັກສິດ) ຮອດມື້ປະກາດໃຊ້ລັດຖະບັນຍັດໃໝ່ ກໍຈະບໍ່ຖືກສືບສວນ. ລັດຖະມົນຕີກະຊວງຍຸຕິທຳໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບ ປະກາດໃຊ້ເອກະສານແນະນຳ ແລະ ຝາກຈົດໝາຍຢັ້ງຢືນເຖິງບັນດານັກສະໜອງການບໍລິການວ່າ ເຂົາເຈົ້າບໍ່ລະເມີດກົດໝາຍໃນໄລຍະນີ້. ນີ້ແມ່ນຄັ້ງທີ 3 ທີ່ທຳນຽບຂາວປະກາດໃຊ້ລັດຖະດຳລັດຕໍ່ກຳນົດເວລາ ນັບແຕ່ຕົ້ນປີ 2025.

ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.