ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ Trump ຖະ​ແຫຼງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ກັບ ຍີ່​ປຸ່ນ

ປະ​ທາ​ນາ​ທິ​ບໍ​ດີ Trump ຖະ​ແຫຼງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ກັບ ຍີ່​ປຸ່ນ

(VOVWORLD) - ວັນທີ 22 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຍີ່ປຸ່ນ ແລະ ນີ້ອາດຈະແມ່ນຂໍ້ຕົກລົງໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.

(ພາບປະກອບ: REUTERS/Kevin Lamarque)

ໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຍີ່ປຸ່ນ ຈະລົງທຶນ 550 ຕື້ USD ເຂົ້າ ອາເມລິກາ ແລະ ອາເມລິກາ ຈະໄດ້ຮັບ 90% ກຳໄລ. ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ ຂໍ້ຕົກລົງນີ້ຈະສ້າງວຽກເຮັດງານທຳນັບແສນໜ້າວຽກ ແລະ ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ. ຕາມທ່ານປະທານາທິບໍດີ ອາເມລິກາ ແລ້ວ, ສິ່ງສຳຄັນທີ່ສຸດແມ່ນ ຍີ່ປຸ່ນ ເປີດປະຕູຕະຫຼາດສຳລັບບັນດາຜະລິດຕະພັນຄືລົດໂອໂຕ ແລະ ລົດບັນທຸກ, ເຂົ້າສານ ແລະ ບາງຜະລິດຕະພັນກະເສດອື່ນອີກ. ລະດັບພາສີອາກອນນີ້ ຍັງບໍ່ຄິດໄລ່ເຖິງພາສີອາກອນ ເຊິ່ງ ອາເມລິກາ ພວມຈັດວາງສຳລັບບາງຂະແໜງການລະອຽດ ເຊັ່ນ ອາລູມີນຽມເຫຼັກກ້າ ແລະ ລົດໂອໂຕນຳເຂົ້າ ອາເມລິກາ.

ນັກຂ່າວ VOV ປະຈຳ ອາເມລິກາ  

This site is protected by reCAPTCHA and the Google Privacy Policy and Terms of Service apply.