ຂ່າວເດັ່ນ

ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ​ດ້ວຍ​ທຸກ​ຮູບ​ແບບ

ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ​ດ້ວຍ​ທຸກ​ຮູບ​ແບບ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ ດ້ວຍທຸກຮູບແບບໃດ, ສອງຝ່າຍ ຫຼື ສາມຝ່າຍ.

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: REUTERS/Leonhard Foeger)

ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ໃນວັນທີ 17 ຕຸລາ ທ່ານ Volodymyr Zelensky ໃຫ້ຮູ້ວ່າ ທ່ານເຫັນດີຕໍ່ຄຳຮຽກຮ້ອງຂອງການນຳ ອາເມລິກາ ກ່ຽວກັບເລື່ອງບັນດາກຳລັງ ຢູແກຼນ ແລະ ລັດເຊຍ ຄວນຢຸດຕິການປະທະກັນ ເພື່ອເປີດເສັ້ນທາງໃຫ້ແກ່ການເຈລະຈາສັນຕິພາບ. ທ່ານ Zelensky ກໍ່ຍົກອອກທັດສະນະກ່ຽວກັບເສັ້ນທາງໄປສູ່ສັນຕິພາບ, ຕາມນັ້ນແລ້ວກ່ອນອື່ນໝົດຕ້ອງ ເຂົ້າຮ່ວມການເຈລະຈາ ຫຼັງຈາກນັ້ນແມ່ນຢຸດຍິງ. ທ່ານຫວັງວ່າ ຂໍ້ຕົກລົງສັນຕິພາບຫວ່າງແລ້ວນີ້ໂດຍທ່ານປະທານາທິບໍດີ ອາເມລິກາ ປະສານງານ ຢູ່ພາກຕາເວັນອອກກາງ ລະຫວ່າງ ອິດສະລາແອັນ ແລະ ຮາມາດສ ອາດສາມາດສ້າງທ່ວງທ່ເພື່ອບັນລຸໄດ້ຂໍ້ຕົກລົງສິ້ນສຸດການປະທະກັນຢູ່ ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.