ຂ່າວເດັ່ນ

ປະ​ທາ​ນາທິ​ບໍ​ດີ ອາ​ເມ​ລິ​ກາ ຊັ່ງ​ຊາ​ຄວາມ​ອາດ​ສາ​ມາດ​ສືບ​ຕໍ່​​ເລື່ອນ​ການ​ຈັດ​ວາງ​ພາ​ສີ​ສຳ​ລັບ ເມັກ​ຊີ​ໂກ ແລະ ກາ​ນາ​ດາ

ປະ​ທາ​ນາທິ​ບໍ​ດີ ອາ​ເມ​ລິ​ກາ ຊັ່ງ​ຊາ​ຄວາມ​ອາດ​ສາ​ມາດ​ສືບ​ຕໍ່​​ເລື່ອນ​ການ​ຈັດ​ວາງ​ພາ​ສີ​ສຳ​ລັບ ເມັກ​ຊີ​ໂກ ແລະ ກາ​ນາ​ດາ

(VOVWORLD) - ມີຄວາມເປັນໄປໄດ້ສູງທີ່ຈະເລື່ອນໄປຮອດວັນທີ 2 ເມສາ ຈະມາເຖິງ, ພ້ອມທັງຢ້ຳຄືນວ່າ ທ່ານໄດ້ໃຫ້ເວລາ 1 ເດືອນເພື່ອໃຫ້ສອງປະເທດບ້ານໃກ້ເຮືອນຄຽງນີ້ຊອກຫາຂໍ້ຕົກລົງເພື່ອຫຼີກລ້ຽງລະດັບອັດຕາພາສີ 25% ທີ່ທ່ານໄດ້ປະກາດເມື່ອຕົ້ນເດືອນ ກຸມພາ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມຄະນະລັດຖະບານ (ພາບ: francetvinfo.fr) 

ວັນທີ 26 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຊັ່ງຊາຄວາມອາດສາມາດສືບຕໍ່ເລື່ອນການຈັດວາງພາສີ 25% ສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ ແລະ ການາດາ ຮອດວັນທີ 2 ເມສາ, ຊ້າກວ່າປະມານ 1 ເດືອນ ເມື່ອທຽບໃສ່ການກຳນົດເວລາທີ່ທ່ານໄດ້ປະກາດເມື່ອຕົ້ນເດືອນ ກຸມພາ.

ເມື່ອກ່າວຄຳເຫັນພາຍຫຼັງກອງປະຊຸມຄະນະລັດຖະບານ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ມີຄວາມເປັນໄປໄດ້ສູງທີ່ຈະເລື່ອນໄປຮອດວັນທີ 2 ເມສາ ຈະມາເຖິງ, ພ້ອມທັງຢ້ຳຄືນວ່າ ທ່ານໄດ້ໃຫ້ເວລາ 1 ເດືອນເພື່ອໃຫ້ສອງປະເທດບ້ານໃກ້ເຮືອນຄຽງນີ້ຊອກຫາຂໍ້ຕົກລົງເພື່ອຫຼີກລ້ຽງລະດັບອັດຕາພາສີ 25% ທີ່ທ່ານໄດ້ປະກາດເມື່ອຕົ້ນເດືອນ ກຸມພາ.

ຖະແຫຼງການຂອງທ່ານ Donald Trump  ໄດ້ຍົກອອກມາໃນສະພາບການການນຳຄວາມໝັ້ນຄົງແຖວໜ້າ ເມັກຊີໂກ ຄາດວ່າຈະເຂົ້າປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຢູ່ ວໍຊິງຕັນ ໃນວັນທີ 27 ກຸມພາ. ກອງປະຊຸມກໍເພື່ອແນໃສ່ປຶກສາຫາລືກ່ຽວກັບມາດຕະການຫຼີກລ້ຽງລະດັບອັດຕາພາສີອາກອນດັ່ງກ່າວ, ຄາດວ່າ ຈະມີຜົນສັກສິດໃນວັນທີ 3 ມີນາ ຈະມາເຖິງ ຖ້າວ່າບໍ່ສາມາດບັນລຸໄດ້ຂໍ້ຕົກລົງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.