ຂ່າວເດັ່ນ

ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ ໄດ້ສ້າງ​ສຳ​ເລັດ​ຂໍ້​ຕົກ​ລົງ​ການ​ຄ້າ ກັບ ຈີນ

ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ ໄດ້ສ້າງ​ສຳ​ເລັດ​ຂໍ້​ຕົກ​ລົງ​ການ​ຄ້າ ກັບ ຈີນ

(VOVWORLD) - ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໄດ້ສ້າງສຳເລັດແລ້ວ, ພຽງແຕ່ລໍຖ້າການໃຫ້ສັດຕະຍາບັນຂອງທ່ານ ພ້ອມດ້ວຍທ່ານປະທານປະເທດ ຈີນ ສີຈີ້ນຜິງ ເທົ່ານັ້ນ.

ວັນທີ 11 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ໃຫ້ຮູ້ວ່າ ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໄດ້ສ້າງສຳເລັດແລ້ວ, ພຽງແຕ່ລໍຖ້າການໃຫ້ສັດຕະຍາບັນຂອງທ່ານ ພ້ອມດ້ວຍທ່ານປະທານປະເທດ ຈີນ ສີຈີ້ນຜິງ ເທົ່ານັ້ນ.

        ໃນແຈ້ງການໃນສື່ສັງຄົມ TruthSocial, ທ່ານປະທານາທິບໍດີ Donald Trump  ໃຫ້ຮູ້ວ່າ ຕາມກອບຂໍ້ຕົກລົງທີ່ບັນລຸໄດ້ພາຍຫຼັງການເຈລະຈາ 2 ວັນ ຢູ່ ອັງກິດ, ຈີນ ສະໜອງແມ່ເຫຼັກ ແລະ ດິນປະເສີດທີ່ຈຳເປັນໃຫ້ຝ່າຍ ອາເມລິກາ ຢ່າງຄົບຖ້ວນ. ກໍເຊັ່ນດຽວກັນ, ອາເມລິກາ ຈະສະໜອງໃຫ້ ຈີນ ໃນສິ່ງທີ່ໄດ້ຕົກລົງກັນໄວ້. ອາເມລິກາ ພວມຈັດວາງອັດຕາພາສີ 55% ສຳລັບ ຈີນ ລວມມີ 10% ພາສີພື້ນຖານ, 20% ພາສີຄ້າຂາຍ Fentanyl ແລະ 25% ສ່ອງແສງພາສີອາກອນທີ່ເຄີຍປະຕິບັດແຕ່ກ່ອນແລ້ວ, ໃນຂະນະນັ້ນ, ຈີນ ຈັດວາງອັດຕາພາສີ 10% ສຳລັບສິນຄ້າຂອງ ອາເມລິກາ. ໄປຄຽງຄູ່ກັນນັ້ນ, ທ່ານ Donald Trump  ໃຫ້ຮູ້ວ່າ ບັນດານັກສຶກສາ ຈີນ ສາມາດສືບຕໍ່ຮຽນຢູ່ໂຮງຮຽນວິທະຍາໄລ, ມະຫາວິທະຍາໄລ ຂອງ ອາເມລິກາ ແລະ ນີ້ແມ່ນສິ່ງທີ່ທ່ານ “ຍາມໃດກໍຍິນດີ”.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.