ຂ່າວເດັ່ນ

ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍົກ​ອອກ​ຄຳ​ກ່າວ​ເຕືອນ​ສຸດ​ທ້າຍ​ແກ່ສຳ​ລັບ ຮາ​ມາດ

ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍົກ​ອອກ​ຄຳ​ກ່າວ​ເຕືອນ​ສຸດ​ທ້າຍ​ແກ່ສຳ​ລັບ ຮາ​ມາດ

(VOVWORLD) - ວັນທີ 7 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຄຳກ່າວເຕືອນສຸດທ້າຍຕໍ່ຂະບວນການ ອິດສະລາມ ຮາມາດສ ກ່ຽວກັບການຍອມຮັບຂໍ້ຕົກລົງຢຸດຍິງກັບ ອິດສະລາແອັນ.

ທ້າຍອາທິດກ່ອນ, ອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີຂໍ້ຕົກລົງຢຸດຍິງກັບ ຮາມາດສ. ຕາມຂໍ້ຕົກລົງສະບັບນີ້ ຮາມາດສ ຈະປ່ອຍເປັນຕົວປະກັນທັງໝົດ 48 ຄົນທີ່ຍັງເຫຼືອໃນວັນທຳອິດຂອງຂໍ້ຕົກລົງຢຸດຍິງ ແລະ ແທນທີ່ນັ້ນ ອິດສະລາແອັນ ຈະປ່ອຍນັກໂທດປາແລັດສະຕິນນັບພັນຄົນ. ໃນເວລາຢຸດຍິງ, ຮາມາດສ ແລະ ອິດສະລາແອັນ ຈະດຳເນີນການເຈລະຈາເພື່ອຢຸດຕິການປະທະກັນຢູ່ເຂດກາຊາ. ຕາມການສະເໜີຂອງ ອາເມລິກາ ແລ້ວ, ຖ້າ ຮາມາດສ ມີການຕອບກັບທີ່ຕັ້ງໜ້າ, ທ່ານປະທານາທິບໍດີ Donald Trump ຈະຊອກຫາວິທີການຢຸດຕິການປະທະກັນ ຢ່າງແທ້ຈິງ ແລະ ຂໍ້ຕົກລົງຢຸດຍິງຈະສືບຕໍ່ໃນຂະນະທີ່ບັນດາຝ່າຍດຳເນີນການເຈລະຈາ. ເຖິງຢ່າງໃດກໍຕາມ, ຖ້າ ຮາມາດສ ບໍ່ຍອມຮັບຕໍ່ຂໍ້ສະເໜີຂອງ ອາເມລິກາ, ຂະບວນການນີ້ຕ້ອງປະເຊີນໜ້າກັບຫຼາຍຜົນຕາມມາອາດລວມມີບັ້ນການທະຫານຄັ້ງໃຫຍ່ຂອງ ອິດສະລາແອັນຢູ່ເຂດກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.