ຂ່າວເດັ່ນ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​​ເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​​ເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ

(VOVWORLD) - ຕອນເຊົ້າວັນທີ 15 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານກະກຽມໃຫ້ແກ່ພິທີເຊັນສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ). ພິທີເປີດເຊັນຈະດຳເນີນໃນລະຫວ່າງວັນທີ 25 – 26 ຕຸລາ ຈະມາເຖິງ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ

ບົດລາຍງານຂອງຄະນະຊີ້ນຳພິທີເຊັນສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໃຫ້ຮູ້ວ່າ ໄລ່ຮອດວັນທີ 14 ຕຸລາ ມີ 93 ຄະນະຜູ້ແທນ ໂດຍການນຳຂັ້ນສູງ ແລະ ການນຳກະຊວງຂະແໜງການບັນດາປະເທດເປັນຫົວໜ້າຄະນະ ຢັ້ງຢືນເຂົ້າຮ່ວມເຫດການ ພ້ອມກັບຜູ້ແທນກວ່າ 1.000 ຄົນ ແລະ ສື່ມວນຊົນ. ກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອົງການຂອງ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ສ້າງລາຍການໃຫ້ແກ່ພິທີດັ່ງກ່າວ, ກໍຄືບັນດາເຫດການທີ່ກ່ຽວຂ້ອງ ລວມມີ 8 ເຫດການໂດຍການນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ແລະ UNODC ບໍລິຫານ; 38 ກອງປະຊຸມສຳມະນາ, ປຶກສາຫາລືດ້ານວິຊາການ ແລະ ຮ້ານວາງສະແດງກວ່າ 20 ຮ້ານ.

        ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດ ແມ່ນຂີດໝາຍສຳຄັນເມື່ອ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາຂອງ ສປຊ ເປັນຄັ້ງທຳອິດ, ໃນສະພາບການໃນປັດຈຸບັນ ບັນຫາຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໄດ້ໃຫ້ຄວາມສົນໃຈເປັນພິເສດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.