ຂ່າວເດັ່ນ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ແຂວງ​ກ໋​ວາງ​ນິມ ຕ້ອງ​ມີ​ຖາ​ນະ​ບົດ​ບາດ​ນຳ​ໜ້າ​ຂອງ​ເຂດ​ທົ່ງ​ພຽງ​ທາງ​ພາກ​ເໜືອ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ແຂວງ​ກ໋​ວາງ​ນິມ ຕ້ອງ​ມີ​ຖາ​ນະ​ບົດ​ບາດ​ນຳ​ໜ້າ​ຂອງ​ເຂດ​ທົ່ງ​ພຽງ​ທາງ​ພາກ​ເໜືອ

(VOVWORLD) - ທ່ານປະທານປະເທດ ເລືອງເກື່ອງຮຽກຮ້ອງໃຫ້ແຂວງ ກ໋ວາງນິງຕ້ອງສົມເປັນທ້ອງຖິ່ນນຳໜ້າຂອງເຂດທົ່ງພຽງພາກເໜືອ, ເປັນແຂວງມີທ່າເຕີບໂຕຢ່າງຮອບດ້ານຂອງເຂດພາກເໜືອ.

ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ແລະ ຄະນະປະຕິບັດງານ ສູນກາງໄດ້ມີການເຮັດວຽກກັບຄະນະພັກແຂວງ ກ໋ວາງນິງກ່ຽວກັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ຕິດພັນກັບການສ້າງ, ປັບປຸງເອກະສານໃຫ້ສົມບູນແບບ, ວຽກງານບຸກຄະລາກອນ.

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານປະທານປະເທດ ເລືອງເກື່ອງຮຽກຮ້ອງໃຫ້ແຂວງ ກ໋ວາງນິງຕ້ອງສົມເປັນທ້ອງຖິ່ນນຳໜ້າຂອງເຂດທົ່ງພຽງພາກເໜືອ, ເປັນແຂວງມີທ່າເຕີບໂຕຢ່າງຮອບດ້ານຂອງເຂດພາກເໜືອ. ທ່ານປະທານປະເທດ ຖືວ່າ ໃນໄລຍະຈະມາເຖິງ, ທາງທ້ອງຖິ່ນຕ້ອງສືບຕໍ່ປະຕິບັດວຽກງານຖະແຫຼງຂ່າວ, ໂຄສະນາໃຫ້ເປັນຢ່າງດີໃນຖັນແຖວພະນັກງານທຸກຂັ້ນ ແລະ ປະຊາຊົນທຸກຊັ້ນວັນນະ ດ້ວຍຫຼາຍຮູບແບບທີ່ເໝາະສົມ. ກ່ຽວກັບການປະຕິບັດການຈັດຕັ້ງຊັບຊ້ອນກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ທ່ານປະທານປະເທດ ຮຽກຮ້ອງວ່າ:

ຕ້ອງຮັບປະກັນເປົ້າໝາຍແມ່ນກະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ. ຂ້າພະເຈົ້າຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ແຂວງກ໋ວາງນິງ ໃນວັນທີ 15 ມິຖຸນາ ຈະເຄື່ອນໄຫວທົດລອງອຳນາດການປົກຄອງຂັ້ນຕາແສງ. ຂ້າພະເຈົ້າເຊື່ອໝັ້ນວ່າ ວຽກງານກະກຽມໄດ້ປະຕິບັດເປັນຢ່າງດີ ແນ່ນອນວ່າການເຄື່ອນໄຫວຈະໄດ້ປະຕິບັດເປັນຢ່າງດີ. ຜ່ານການປະຕິບັດຕົວຈິງ, ດ້ານໜຶ່ງແມ່ນຖອດຖອນໄດ້ບົດຮຽນປະສົບການ, ດ້ານອື່ນ ທາງແຂວງກໍ່ສະໜອງໃຫ້ສູນກາງບັນດາບົດຮຽນ, ນັບທັງຈຸດດີຈຸດອ່ອນ, ສິ່ງທີ່ເໝາະສົມກັບສະພາບການໃນທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.