ຂ່າວເດັ່ນ

ປະ​ທານ​ປະ​ເທດ​ເລືອງ​ເກື່ອງ: ເລື່ອງ​ຮຳ​ບາດ​ແຜ, ສ້າງ​ຄວາມ​ປອງດອງ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແມ່ນ​ພະ​ຍານຫຼັກ​ຖານ​ກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ນ້ຳ​ໃຈ​ໂອບ​ອ້ອມ​ອາ​ລີ

ປະ​ທານ​ປະ​ເທດ​ເລືອງ​ເກື່ອງ: ເລື່ອງ​ຮຳ​ບາດ​ແຜ, ສ້າງ​ຄວາມ​ປອງດອງ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແມ່ນ​ພະ​ຍານຫຼັກ​ຖານ​ກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ນ້ຳ​ໃຈ​ໂອບ​ອ້ອມ​ອາ​ລີ

(VOVWORLD) - ປະຊາຊົນ ຫວຽດນາມ ເລືອກໂຈະອະດີດຕະການອັນເຈັບປວດໄວ້ ເພື່ອມຸ່ງໄປເຖິງອະນາຄົດ; ເລືອກໃຫ້ອະໄພ, ແຕ່ບໍ່ຫຼົງລືມ; ເຊື່ອໝັ້ນຕໍ່ຄົນລຸ້ນຫຼັງຂອງ ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນເພີ່ມພູນຄູນສ້າງສັງກາດແຫ່ງສັນຕິພາບ, ຮ່ວມມື, ພັດທະນາ ແລະ ເຄົາລົບເຊິ່ງກັນ ແລະ ກັນ.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ

ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີການພົບປະກັບບັນດານັກຮົບເກົ່າ ຫວຽດນາມ - ອາເມລິກາ ເນື່ອງໃນໂອກາດໄປປະຕິບັດງານຢູ່ນະຄອນ ນິວຢອກ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ປະຊາຊົນ ຫວຽດນາມ ເລືອກໂຈະອະດີດຕະການອັນເຈັບປວດໄວ້ ເພື່ອມຸ່ງໄປເຖິງອະນາຄົດ; ເລືອກໃຫ້ອະໄພ, ແຕ່ບໍ່ຫຼົງລືມ; ເຊື່ອໝັ້ນຕໍ່ຄົນລຸ້ນຫຼັງຂອງ ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນເພີ່ມພູນຄູນສ້າງສັງກາດແຫ່ງສັນຕິພາບ, ຮ່ວມມື, ພັດທະນາ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ຢັ້ງຢືນ ຫວຽດນາມ ແລະ ອາເມລິກາ ໄດ້ ແລະ ພວມຮ່ວມແຮງຮ່ວມໃຈສ້າງອະນາຄົດອັນສົດໃສໃຫ້ແກ່ສອງປະເທດ, ທ່ານ ເລືອງເກື່ອງ ເນັ້ນໜັກວ່າ ເລື່ອງລາວຮຳບາດແຜ, ສ້າງຄວາມປອງດອງລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນກຳລັງແຮງຂອງນ້ຳໃຈໂອບອ້ອມອາລີສາມາດຍິ່ງໃຫຍ່ເຖິງຂັ້ນໃດ ແລະ ສາມາດບຸກທະລຸຂໍ້ຈຳກັດຄືແນວໃດ. ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ບັນດານັກຮົບເກົ່າ ຫວຽດນາມ, ບັນດານັກຮົບເກົ່າ ອາເມລິກາ ດ້ວຍນ້ຳໃຈອັນກວ້າງໃຫຍ່ ແລະ ນ້ຳໃຈເພື່ອນມິດ, ຈະສືບຕໍ່ສະໜັບສະໜູນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ມີສະຖຽນລະພາບ, ນັບມື້ນັບພັດທະນາຢ່າງຕັ້ງໜ້າ ແລະ ດີງາມກວ່າເກົ່າ.

ກໍໃນການພົບປະນີ້, ບັນດານັກຮົບເກົ່າ ຫວຽດນາມ ແລະ ອາເມລິກາ ໄດ້ແບ່ງປັນກ່ຽວກັບບັນດາເລື່ອງລາວອະດີດຕະການຈາກສອງຝ່າຍ, ວິວັດທະນາການຮຳບາດແຜສົງຄາມ ແລະ ບັນດາຄວາມປາດຖະໜາຢາກໂຈະ, ເຄົາລົບອະດີດຕະການ ແລະ ມຸ່ງໄປເຖິງອະນາຄົດອັນດີງາມລະຫວ່າງສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.