ຂ່າວເດັ່ນ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ເຊີດ​ຊູ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ຫັນ​ປ່ຽນ​ຢ່າງ​ແຮງ​ເພື່ອ​ສ້າງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ເຊີດ​ຊູ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ຫັນ​ປ່ຽນ​ຢ່າງ​ແຮງ​ເພື່ອ​ສ້າງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ

(VOVWORLD) - ວັນທີ 23 ກັນຍາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ, ອາເມລິກາ, ທ່ານ ເລື່ອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ດ້ວຍສານລຸລ່ວງທີ່ວ່າ: “ເຊີດຊູຄຸນຄ່າຂອງສັນຕິພາບ, ຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດແບບຍືນຍົງ”.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 

ໃນບົດກ່າວຄຳເຫັນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ສັນຕິພາບທັງແມ່ນເປົ້າໝາຍ, ທັງແມ່ນເງື່ອນໄຂຕັດສິນຊີ້ຂາດໃນການສ້າງອະນາຄົດຢ່າງມີສະຖຽນລະພາບ, ຍຸຕິທຳ, ປະຊາທິປະໄຕ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ, ຢຸດຕິການໃຊ້ຄວາມຮຸນແຮງ, ປົກປ້ອງສາມັນຊົນ, ສ້າງເງື່ອນໄຂເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳຢູ່ບັນດາເຂດການປະທະກັນ, ຕີລາຄາສູງເລື່ອງຫຼາຍປະເທດຮັບຮອງລັດ ປາແລັດສະຕິນ, ພ້ອມທັງຮຽກຮ້ອງການໜູນຊ່ວຍມະນຸດສະທຳໂດຍດ່ວນໃຫ້ແກ່ປະຊາຊົນ ປາແລັດສະຕິນ, ສະເໜີ ອາເມລິກາ ຍົກເລີກບັນດາມາດຕະການຂວ້ຳບາດສຳລັບ ກູບາ ແລະ ລົບ ກູບາ ອອກຈາກບັນຊີລາຍຊື່ປະເທດອຸປະຖຳການກໍ່ການຮ້າຍ.

        ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາປະເທດຕ້ອງສ້າງຍຸດທະສາດສັງລວມ, ລົງທຶນຢ່າງແຮງເຂົ້າໃນການຄົ້ນຄວ້າພັດທະນາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງເຕັກໂນໂລຢີສີຂຽວ, ພິເສດ ຕ້ອງເພີ່ມທະວີການຮ່ວມມືສາກົນໃນການຖ່າຍທອດເຕັກໂນໂລຢີ ແລະ ລະດົມການເງິນສີຂຽວ, ບັນດາປະເທດພັດທະນາຕ້ອງແບ່ງປັນ, ຖ່າຍທອດເຕັກໂນໂລຢີໃຫ້ບັນດາປະເທດທີ່ພວມ ແລະ ດ້ອຍພັດທະນາ, ພ້ອມທັງຕ້ອງຮັບປະກັນວິວັດທະນາການຫັນປ່ຽນສັງຄົມ ຕ້ອງຖືມະນຸດເປັນໃຈກາງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.