ຂ່າວເດັ່ນ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

(VOVWORLD) - ຕອນບ່າຍວັນທີ 03 ຕຸລາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ການາດາ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ (ພາບ: VOV)

ໃນການຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ແມ່ນຍັງໃຫຍ່ຫຼວງຢູ່, ດັ່ງນັ້ນ, ທ່ານສະເໜີໃຫ້ທ່ານເອກອັກຄະລັດຖະທູດເຊື່ອມຕໍ່, ຊຸກຍູ້ວົງເງິນການຄ້າ 2 ຝ່າຍໃຫ້ສົມກັບກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ.

        ສ່ວນທ່ານ James Nickel ເອກອັກຄະລັດຖະທູດ ການາດາ ຢັ້ງຢືນວ່າ ການາດາ ແບ່ງປັນກັບ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ມິດຕະພາບການຮ່ວມມືພັດທະນາ; ພ້ອມທັງປາດຖະໜາສອງຝ່າຍຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂໍ້ລິເລີ່ມສັນຕິພາບ; ກໍຄືຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ…

        ກໍໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ມາປະຕິບັດໜ້າທີ່ຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ທ່ານ ເລືອງເກື່ອງ ກໍໄດ້ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ປະເທດ ທີ່ມາຈາກ Jamaica, Tunisia, Slovenia ແລະ Tajikistan. 


This site is protected by reCAPTCHA and the Google Privacy Policy and Terms of Service apply.